ກອງບັນຊາການ ປກສ ເມືອງຊຽງຮ່ອນເປິດບັ້ນດໍາເນີນຊີວິດການເມືອງທົ່ວກໍາລັງປ້ອງກັນຄວາມສະຫງົບເມືອງປະຈໍາປີ 2023

ກົດແຊຣ໌

ໃນຕອນເຊົ້າຂອງວັນທີ 04 ມີນາ 2024ກອງບັນຊາການ ປກສ ເມືອງຊຽງຮ່ອນໄດ້ເປິດບັ້ນດໍາເນີນຊີວິດການເມືອງທົ່ວກໍາລັງປ້ອງກັນຄວາມສະຫງົບເມືອງ ປະຈໍາປີ 2023 ຂອງຕົນຂື້ນຢ່າງເປັນທາງການຢູ່ທີ່ຫ້ອງປະຊຸມຂອງກອງບັນຊາການ ປກສ ເມືອງໂດຍການເປັນປະທານຂອງທ່ານ ພັທ ໄຊຄໍາ ຄອງຕີ ກໍາມະການພັກເມືອງ,ເລຂາຄະນະພັກຮາກຖານ,ຫົວໜ້າກອງບັນຊາການ ປກສ ເມືອງ,ມີຄະນະພັກ,ຄະນະບັນຊາ,ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມຢ່າງພ້ອມພຽງ.ໃນບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ໄດ້ນຳເອົາເອກະສານຕ່າງໆມາຈັດຕັ້ງເຊື່ອມຊຶມມີ 03 ເອກະສານຄື:ເອກະສານເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ,ເອກະສານຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດໃນໄລຍະໃໝ່ ແລະ ເອກະສານຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ ພາຍຫຼັງຈັດຕັ້ງເຊື່ອມຊືມບັນດາເອກະສານຕ່າງໆແລ້ວແມ່ນໄດ້ດໍາເນີນຊີວິດການເມືອງຢູ່ໃນຄະນະພັກຮາກຖານຈໍານວນ 07ສະຫາຍ ແລ້ວໄດ້ສຶບຕໍ່ດໍາເນີນຊີວິດການເມືອງຢູ່ໃນໜ່ວຍພັກຕາມການຈັດແບ່ງໜ່ວຍພັກ06ໜ່ວຍເພື່ອສໍາຫຼວດກວດກາ,ຕີລາຄາແບ່ງປະເພດຕາມລະບຽບຫຼັກການ ເຊິ່ງມີບັນຍາກາດຝົດຝືນພໍສົມຄວນ ການເປີດບັ້ນດໍາເນີນຊີວິດໃນຄັ້ງນີ້ໄດ້ດໍາເນີນເປັນເວລາ 02 ວັນເຕັມ ( ແຕ່ວັນທີ 04 – 05 ມີນາ 2024 ). ຮອດຕອນບ່າຍເວລາ 14 ໂມງ 00 ນາທີ ຂອງວັນທີ 05 ມີນາ 2024 ຈຶ່ງໄດ້ປິດບັ້ນດໍາເນີນຊີວິດການເມືອງ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບເມືອງໂດຍການເປັນປະທານຂອງທ່ານ ພັທ ໄຊຄໍາ ຄອງຕີ ກໍາມະການພັກເມືອງ,ເລຂາຄະນະພັກຮາກຖານ,ຫົວໜ້າກອງບັນຊາການ ປກສ ເມືອງ,ມີຄະນະພັກ,ຄະນະບັນຊາ,ສະມາຊິກພັກນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີ ທ່ານ ພັທ ພອນໄຊ ອຸ່ນວິໄລ ຄະນະພັກຮາກຖານ,ຮອງກອງບັນຊາການ ປກສ ເມືອງ ໄດ້ຜ່ານບົດສະຫຼຸບບັ້ນດໍາເນີນຊີວິດການເມືອງທົ່ວກໍາລັງປ້ອງກັນຄວາມສະຫງົບເມືອງ ປະຈໍາປີ 2023.ໃນພິທີປິດຍັງໄດ້ຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ຂອງກອງບັນຊາການ ປກສ ແຂວງໄຊຍະບູລີ ແລະ ເຜີຍແຜ່ນິຕິກໍາຕື່ມຈໍານວນໜື່ງ.

ໃນຕອນທ້າຍພິທີ ທ່ານ ພັທ ໄຊຄໍາ ຄອງຕີ ກໍາມະການພັກເມືອງ,ເລຂາຄະນະພັກຮາກຖານ,ຫົວໜ້າກອງບັນຊາການ ປກສ ເມືອງ.ໄດ້ໃຫ້ກຽດໂອ້ລົມຕໍ່ພິທີເຊີ່ງທ່ານກໍ່ໄດ້ເໜັ້ນໜັກໃຫ້ພະນັກງານ-ນັກຮົບທົ່ວກໍາລັງປ້ອງກັນຄວາມສະຫງົບເມືອງຊຽງຮ່ອນ ຕ້ອງໄດ້ສຶບຕໍ່ປະຕິບັດ 5 ເນື້ອໃນຂອງບັ້ນດໍາເນີນຊີວິດການເມືອງເຊັ່ນ: ດ້ານການເມືອງດ້ານແນວຄິດ,ດ້ານການຈັດຕັ້ງ,ດ້ານແບບແຜນວິທີນໍາ ແລະ ດ້ານຄວາມຮັບຜິດຊອບໜ້າທີ່ການເມືອງ.ໂດຍສະເພາະແມ່ນໄດ້ເນັ້ນໜັກການຈັດຕັ້ງປະຕິບັດໜ້າທີ່ການເມືອງຄື:ຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດໃຫ້ມີຜົນສໍາເລັດ,ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ,ຮັບປະກັນໃຫ້ເມືອງຊຽງຮ່ອນມີຄວາມສະຫງົບ,ປອດໄພຢ່າງໜັກແໜ້ນ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *