ທ່ານເຈົ້າແຂວງລົງຊຸກຍູ້ຕິດຕາມການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນບ້ານ ແກສີພົມ

ກົດແຊຣ໌

ໃນວັນທີ 23 ພຶດສະພາ 2023ນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວ ຕິດຕາມ ຊຸກຍູ້ ການກໍ່ສ້າງເສັ້ນທາງປູຢາງ2 ຊັ້ນ ບ້ານ ແກສີພົມ ໂດຍການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆ ຊຽງຮ່ອນ ມີຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ອົງການປົກຄອງເມືອງ ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມຕ້ອນຮັບ.

       ໃນໂອກາດທີ່ທ່ານເຈົ້່າແຂວງໄຊຍະບູລີໄດ້ລົງເຄື່ອນໄຫວ ຊຸກຍູ້ ການກໍ່ສ້າງເສັ້ນທາງຄັ້ງນີ້ ທ່ານ ກິ ແສງພະຈັນ ນາຍບ້ານໆ ແກສີພົມ ໄດ້ລາຍງານກ່ຽວກັບໂຄງການດັ່ງກ່າວ ທ່ານໄດ້ກ່າວວ່າ: ບ້ານ ແກສີພົມ ເປັນບ້ານທີ່ຕັ້ງຢູ່ ເຂດບ້ານທົ່ງກາບ ເມືອງຊຽງຮ່ອນ ປະກອບມີ 236 ຄອບຄົວ,ມີ 18 ໜ່ວຍຄຸ້ມຄອງພົນລະເມືອງ ,ຈໍານວນພົນລະເມືອງທັງໜົດ  1040 ຄົນ ຍິງ 494 ຄົນ ໄລຍະຜ່ານມາການສັນຈອນໄປມາພາຍໃນບ້ານແມ່ນພົບຄວາມຍຸ້ງຍາກຫຼາຍ ທາງອົງການປົກຄອງບ້ານໄດ້ຫາວິທີທາງໃນການແກ້ໄຂບັນຫາດັ່ງກ່າວຫຼາຍຄັ້ງ ເພື່ອເຮັດໃຫ້ການຊົມໃຊ້ເສັ້ນທາງພາຍບ້ານໃຫ້ມີຄວາມສະດວກດີຂື້ນ ດັ່ງນັ້ນ ທາງອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານ ແກສີພົມ ຈຶ່ງມີຄວາມເປັນເອກະພາບກັນຕົກລົງ ກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເຂົ້າບ້ານ ແລະ ທາງຮ່ອມທາງຊອຍພາຍໃນບ້ານ. ໂດຍໄດ້ໃຫ້ວິຊາການຂັ້ນເມືອງສຳຫຼວດອອກແບບ ການກໍ່ສ້າງເສັ້ນທາງດັ່ງກ່າວ ມີລວງຍາວທັງໝົດ 3 ກິໂລແມັດ ຂະໜາດຄວາມກ້ວາງຂອງໜ້າທາງຫຼັກ 4,5 ແມັດ, ທາງຮ່ອມ 3 ແມັດ ມູນຄ່າການກໍ່ສ້າງທັງໝົດ 2 ຕື້ກວ່າກີບ ໂດຍແມ່ນທຶນຂອງພໍ່ແມ່ປະຊາຊົນ 100% ສ່ວນພາກລັດຊ່ອຍເຫຼືອເຕັກນິກວິຊາການໃນການອອກແບບ, ຕິດຕາມການກໍ່ສ້າງໂຄງການດັ່ງກ່າວ ທຶນດັ່ງກ່າວແມ່ນໄດ້ລະດົມຈາກຄອບຄົວພາຍໃນບ້ານ ໂດຍແມ່ນບໍລິສັດ ໂຊກນະພາ ກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ຈຳກັດເປັນຜູ້ຮັບເໝົາກໍ່ສ້າງ. ໂດຍໄດ້ເລີ່ມລົງມືການກໍ່ສ້າງແຕ່ວັນທີ 15 ມີນາ 2023 ຜ່ານມາ ຮອດປະຈຸບັນສຳເລັດ 100%. ໂອກາດທີ່ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ລົງຕິດຕາມຊຸກຍູ້ໃນຄັ້ງນີ້ທ່ານກໍໄດ້ໃຫ້ກຽດໂອ້ລົມຕໍ່ອົງການປົກຄອງບ້ານ ແລະ ປະຊາຊົນ ບ້ານ ແກສີພົມ, ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍມາຍັງອົງການປົກຄອງບ້ານ ແລະ ປະຊາຊົນ ບ້ານ ແກສີພົມທີ່ມີຄວາມຕັດສິນໃຈສູງໃນການປະກອບສ່ວນທຶນຮອນເຂົ້າໃນການກໍ່ສ້າງເສັ້ນທາງດັ່ງກ່າວຈົນສໍາເລັດ 100%, ພ້ອມດຽວກັນທ່ານຍັງໄດ້ຮຽກຮ້ອງໃຫ້ສືບຕໍ່ຮັກສາຄວາມສາມັກຄີທີ່ເປັນມູນເຊື້ອຂອງບ້ານໄວ້ໃຫ້ໝັ້ນຄົງ, ປົກປັກຮັກສາເສັ້ນທາງດັ່ງກ່າວໃຫ້ນໍາໃຊ້ໄດ້ຍາວນານ, ສືບຕໍ່ຊຸກຍູ້ໃຫ້ປະຊາຊົນພາຍໃນບ້ານທໍາການຜະລິດ ໂດຍສະເພາະແມ່ນເຮັດນາເຊິ່ງເປັນມູນເຊື້ອມາແຕ່ດຶກດໍາບັນ, ນອກນີ້ກໍໃຫ້ປູກພືດໄລຍະສັ້ນທີ່ຕະຫຼາດຕ້ອງການ ແລະ ຂະຫຍາຍເນື້ອທີ່ປູກຢາງພະລາເປັນພືດໄລຍະຍາວ, ເອົາໃຈໃສ່ຕໍ່ກັບບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ມັກເກີດຂຶ້ນພາຍໃນບ້ານ.

ໂດຍ: ດອນ ຂຽວພະນາ 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *