ປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ

ກົດແຊຣ໌

ພິທີປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 6 ເມສາ 2021ນີ້ ໂດຍການເປັນກຽດປາຖະກະຖາຂອງທ່ານ ອິນຕາ ນິ້ມນວນ ຮອງເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ ມີເລຂາຄະນະນະບໍລິຫານງານຊາວໜຸ່ມເມືອງ ເລຂາໜ່ວຍຊາວໜຸ່ມຈາກສຳນັກງານ ຫ້ອງການ ກົມກອງ ຕະຫຼອດຮອດຊາວໜຸ່ມ-ເຍົາວະຊົນເຂົ້າຮ່ວມ.

ໃນພິທີ ທ່ານ ອິນຕາ ນິ້ມນວນ ຮອງເລຂາພັກເມືອງໄດ້ໃຫ້ກຽດຂື້ນປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງ ຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ 14 ເມສາ 1955 – 14 ເມສາ 2021 ເຊິ່ງເປັນອິກວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ໂດຍໄດ້ຍົກໃຫ້ເຫັນ ປະຫວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ທາດແທ້ ມູນເຊື້ອ ທີ່ອາດຫານກ້າແກ່ນ ແລະ ສະຫງ່າລາສີ ຍາມໄດກໍ່ຕິດພັນກັບມູນເຊື້ອຂອງຊາດ ຂອງພັກ ຂອງກຳລັງປະກອບອາວຸດ ເພາະວ່າຍຸກສະໄໝໃດຊາວໜຸ່ມລາວມີບົດບາດຕັດສິນ ແລະ ເປັນກຳລັງແຮງອັນໃຫຍ່ຫຼວງໃຫ້ແກ່ທຸກຍຸກທຸກສະໄໝ ເພື່ອແນໃສ່ເປັນຜູ້ສືບທອດໃນພາລະກິດຂອງພັກໃນໄລຍະໄໝ່ ແລະ ຍາວນານ. ຈຸດປະສົງໃນການປາຖະກະຖາໃນຄັ້ງນີ້ກໍ່ເພື່ອໃຫ້ບັນດາຄະນະບໍລິຫານງານ, ເລຂາໜ່ວຍ, ສະມາຊິກຊາວໜຸ່ມ-ເຍົາວະຊົນໄດ້ຮັບຮູ້ ແລະ ເຊືອມຊຶ່ມເຖິງຂະບວນການເຕີບໃຫຍ່ຂະຫຍາຍຕົວ ມູນເຊື້ອ ແລະ ການເຄື່ອນໄຫວໃນແຕ່ລະໄລຍະຂອງຊາວໜຸ່ມປະຊາຊົນປະຕິວັດລາວ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *