6 ບັນຫາຫົວໜ້າຄະນະສະເພາະກິດຂັ້ນແຂວງເນັ້ນເໜັກໃຫ້ຄະນະສະເພາະກິດຂັ້ນເມືອງຕ້ອງສືບຕໍ່

ກົດແຊຣ໌

        ໃນວັນທີ 18 ພຶດສະພາ 2021ນີ້ ຢູ່ທີ່ເມືອງຊຽງຮ່ອນໄດ້ຕ້ອນຮັບມີທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ຫົວໜ້າຄະນະສະເພາະກິດ ສະກັດກັ້ນ,ປ້ອງກັນ ພະຍາດໂຄວິດ 19 ຂັ້ນແຂວງ ໄດ້ລົງຕິດຕາມຕິດຕາມຊຸກຍູ້ວຽກງານການສະກັດກັ້ນ, ປ້ອງກັນການລະບາດຂອງພະຍາດໂຄວິດ 19 ຢູ່ເມືອງຊຽງຮ່ອນ ຕ້ອນການຮັບໂດຍທ່ານ ກົງທອງ ສິດທິໄຊ ຮັກສາການເຈົ້າເມືອງໆຊຽງຮ່ອນ ພ້ອມດ້ວຍຄະນະສະເພາະກິດຂັ້ນເມືອງເຂົ້າຮ່ວມ.

         ໃນການລົງຕິດຕາມຕິດຕາມຊຸກຍູ້ການສະກັດກັ້ນ, ປ້ອງກັນການລະບາດຂອງພະຍາດໂຄວິດ 19 ຢູ່ເມືອງຊຽງຮ່ອນໃນຄັ້ງນີ້ ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຫົວໜ້າຄະນະສະເພາະກິດຂັ້ນເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການສະກັດກັ້ນ, ປ້ອງກັນພະຍາດໂຄວິດ 19 ຢູ່ພາຍໃນເມືອງ  ພາຍຫຼັງທີ່ໄດ້ຮັບຄຳສັ່ງຂອງທ່ານເຈົ້າແຂວງສະບັບເລກທີ 87 ອົງການປົກຄອງເມືອງຊຽງຮ່ອນ ກໍ່ໄດ້ຜັນຂະຫຍາຍເປັນຄຳສັ່ງຂອງທ່ານເຈົ້າເມືອງສະບັບເລກທີ 256/ຈມ.ຊຮ, ລົງວັນທີ 28ເມສາ 2021 ໂດຍການອອກມາດຕະການ ແລະ ແບ່ງຄວາມຮັບຜິດຊອບໃຫ້ພາກສ່ວນທີ່ກ່ຽວຂ້ອງຕ່າງໆນໍາໄປຈັດຕັ້ງປະຕິບັດ ທັງໄດ້ຕັ້ງຈຸດກວດກາ-ກັ່ນກອງຄົນເຂົ້າ-ອອກເມືອງ ຈຳນວນ 4 ຈຸດ ເພື່ອເປັນການຍົກລະດັບມາດຕະການກວດກາຄົນເຂົ້າ-ອອກເມືອງ ໃຫ້ເຂັ້ມງວດຍິ່ງຂຶ້ນ ປະກອບມີເຈົ້າໜ້າທີ່ປະຈໍາຈຸດກວດກາ, ກັ່ນກອງ ຈຳນວນ 31 ສະຫາຍ. ຕະຫຼອດໄລຍະການຕັ້ງຈຸດກວດກາ, ກັ່ນກອງ ຄົນເຂົ້າ-ອອກເມືອງ ແມ່ນພົບເຫັນການເດີນທາງເຂົ້າ-ອອກຂອງບຸກຄົນ ທັງໝົດ 1.756 ເທື່ອຄົນ, ຍິງ 540 ເທື່ອຄົນ ມີພາຫະນະທັງໝົດ 635 ຖ້ຽວ. ໄດ້ອອກເອກະສານທາງລັດຖະການ ເພື່ອອຳນວຍຄວາມສະດວກໃຫ້ກັບການເດີນທາງຂອງບຸກຄົນ ແລະ ການຂົນສົ່ງສິນຄ້າລະຫວ່າງເມືອງຕໍ່ເມືອງພາຍໃນແຂວງ 410 ສະບັບ ພ້ອມທັງຕິດຕາມແຮງງານທີ່ຢູ່ສູນແຍກປ່ຽວ ແມ່ນມີແຮງງານເຄື່ອນຍ້າຍພາຍໃນ ແລະ ຕ່າງປະເທດ ຈຳນວນ 44 ຄົນ ຍິງ 16 ຄົນ, ການສັກວັກຊິນປ້ອງກັນພະຍາດໂຄວິດ 19 ມາຮອດປະຈຸບັນເມືອງຊຽງຮ່ອນໄດ້ຮັບວັກຊິນຈາກແຂວງທັງໝົດ 3.588 ໂດສ ແລະ ໄດ້ສັກໃຫ້ກຸ່ມສ່ຽງ ແລະ ປະຊາຊົນພາຍໃນເມືອງຈຳນວນ 3.407 ຄົນ ແລະ ສັກສອງເຂັມແລ້ວ 699 ຄົນ, ດ້ານງົບປະມານ ໄດ້ຮັບການປະກອບສ່ວນອຸປະຖຳຈາກພາກສ່ວນຕ່າງໆຈາກສັງຄົມ ເຂົ້າໃນວຽກງານດັ່ງກ່າວ  ລວມມູນຄ່າ 33.715.000 ກີບ.

        ຕອນທ້າຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດຂັ້ນແຂວງເຊີ່ງທ່ານໄດ້ເນັ້ນໝັກໃຫ້ຄະນະສະເພາະກິດຂັ້ນເມືອງຄື: 1 ສືບຕໍ່ຈັດຕັ້ງປະຕິບັດຄຳສັງຂອງທ່ານເຈົ້າແຂວງສະບັບເລກທີ 87 ວາງອອກຢ່າງເຂັ້ມງວດ, 2 ສືບຕໍ່ເອົາໃຈໃສ່ຕິດຕາມການລັກຫຼອບເຂົ້າອອກຊາຍແດນຕາມຊ່ອງທາງທຳມະຊາດ, 3 ພ້ອມກັນຄົ້ນຄວ້າມາດຕະການເຂັ້ມງວດ ແລະ ຜ່ອນຜັນໃນລະດັບຂັ້ນເມືອງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດແລະ ການດຳລົງຊີວິດຂອງປະຊາຊົນ, 4 ສືບຕໍ່ໂຄສະນາປະຊາສຳພັນ ປຸກລະດົມໃຫ້ພໍ່ແມ່ປະຊາຊົນດຳລົງຊີວິດແບບໃໝ່ ຫຼືວ່າ New normal, 5 ສືບຕໍ່ເອົາໃຈໃສ່ປັບປຸງສູນກັກກັນທີ່ໄດ້ກຳນົດໄວ້ເພື່ອຮັບມືເມື່ອມີແຮງງານກັບມາແຕ່ສະຖານທີ່ມີຄວາມສ່ຽງ ແລະ 6 ພ້ອມທັງສືບຕໍ່ປຸກລະດົມການປະກອບສ່ວນວັດຖຸປັດໃຈທຶນ ຈາກພາກສ່ວນສັງຄົມ ເພື່ອນຳໃຊ້ເຂົ້າໃນວຽກງານການສະກັດກັ້ນ, ປ້ອງກັນການລະບາດຂອງພະຍາດໂຄວິດ 19 ຢູ່ພາຍໃນເມືອງຊຽງຮ່ອນ.

ໂດຍ: ດອນ ຂຽວພະນາ ຖວທ ຊຽງຮ່ອນ 020 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *