ເມືອງຊຽງຮ່ອນ ໄດ້ຮັບນາມມະຍົດເປັນເມືອງຢຸດຕິການຖ່າຍຊະຊາຍ ເປັນເມືອງທີ 9 ຂອງແຂວງໄຊຍະບູລີ.

ກົດແຊຣ໌

ໃນວັນທີ 16 ມິຖຸນາ 2023ນີ້ ຢູ່ທີ່ສະໂມສອນຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດເມືອງຊຽງຮ່ອນ ເປັນເມືອງຢຸດຕິການຖ່າຍຊະຊາຍຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ມີທ່ານ ກົງທອງ ສິດທິໄຊ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊຽງຮ່ອນ ມີທ່ານ ດຣ ບຸນບູລີ ຖານະວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີອົງການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ຄະນະຮັບຜິດຊອບຈັດພິທີພ້ອມດ້ວຍອົງການປົກຄອງບ້ານເຂົ້າຮ່ວມ.

     ໃນພິທີ ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງໆຊຽງຮ່ອນ  ໄດ້ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ ທ່ານໄດ້ກ່າວວ່າ: ເມືອງຊຽງຮ່ອນ ປະກອບມີ 43 ບ້ານ, ມີ 6.966 ຄອບຄົວ ມີພົນລະເມືອງທັງໝົດ 35.146 ຄົນ, ຍິງ 17.395 ຄົນ. ຜ່ານການຊີ້ນໍາໆພາຂອງຄະນະພັກ-ອົງການປົກຄອງເມືອງຊຽງຮ່ອນ ໃນແຕ່ລະໄລຍະໂດຍປະຕິບັດຕາມບົດແນະນໍາການຈັດຕັ້ງປະຕິບັດວຽກງານຊຸມຊົນເປັນເຈົ້າດ້ານສຸຂະອະນາໄມ ສະບັບເລກທີ 477 ວ່າດ້ວຍການສ້າງບ້ານ ແລະ ເມືອງຢຸດຕິການຖ່າຍຊະຊາຍໃຫ້ບັນລຸຄາດໝາຍໃນປີ 2025 ໄດ້ກໍານົດໃຫ້ໄດ້ປະກາດຮັບຮອງເມືອງຊຽງຮ່ອນເປັນເມືອງຢຸດຕິການຖ່າຍຊະຊາຍໃນປີ 2023. ທາງອົງຄະນະພັກເມືອງຈຶ່ງໄດ້ແຕ່ງຕັ້ງຄະນະກໍາມະການຂັ້ນເມືອງເພື່ອຊີ້ນໍາໆພາປຸກລະດົມໃຫ້ພໍ່ແມ່ປະຊາຊົນແຕ່ລະບ້ານເປັນເຈົ້າການສ້າງຂະບວນການຮອບດ້ານ, ລົງຕິດຕາມ, ຊຸກຍູ້ກວດກາຢ່າງເປັນປົກກະຕິ, ໄດ້ປັບປຸງຕາໜ່າງສາທາລະນະສຸກ ເພື່ອບໍລິການປະຊາຊົນໃຫ້ມີສຸຂະພາບ​​ແຂງແຮງ ອາຍຸຍືສະເລ່ຍເພີ່ມຂື້ນ. ທົ່ວເມືອງມີໂຮງໜໍນ້ອຍ 7 ແຫ່ງ ສ້າງໄດ້ບ້ານສາທາລະນະສຸກແບບຢ່າງຕາມແບບຟອມ 10 ມາດຖານ 30 ຕົວຊີ້ວັດຂອງກະຊວງສາທາລະນະສຸກວາງອອກໄດ້43 ບ້ານ ເທົ່າກັບ100 %, ມີອາສາສະໝັກສາທາລະນະສຸກບ້ານ (ອສບ) ຈໍານວນ 126 ຄົນ, ໃນທົ່ວເມືອງມີບ້ານ​ຊົມ​ໃຊ້ນໍ້າປະປາ 13ບ້ານ, ກຽມຈະເປີດຊົມໃຊ້ໃໝ່ 4 ບ້ານເທົ່າກັບ 15,50%,ນໍ້າລີນ 24ບ້ານ ເທົ່າກັບ 24,94%, ໃຊ້ນໍ້າບາດານ 56 ບໍ່ ເທົ່າກັບ 1,64%,ໃຊ້ນໍ້າສ້າງມີແທ່ງຊີມັງ 1,578ສ້າງ ເທົ່າກັບ 30,66%, ມີປະຊາກອນຊົມໃຊ້ນໍ້າສະອາດທັງໝົດ 26,296ຄົນ, ອັດຕາການຊົມໃຊ້ນໍ້າສະອາດກວມ73%ຂອງປະຊາກອນທັງໝົດ, ອັດຕາການຊົມໃຊ້ວິດຖ່າຍມີ 6.832ຄອບຄົວ ກວມ 97,65% ຂອງຄອບຄົວທັງໝົດ ຄຽງຄູ່ກັນນັ້ນວຽກງານສາທາລະນະສຸກເມືອງຍັງໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດ 11 ຕົວຊີ້ບອກຕິດພັນກັບວຽກງານສຸຂາພິບານ ແລະ ສ້າງບ້ານຢຸດຕິການຖ່າຍຊະຊາຍ, ສ້າງບ້ານ ສາທາລະນະສຸກແບບຢ່າງ 10 ມາດຖານ 30 ຕົວຊີ້ວັດ ແລະ ສະໜອງນໍ້າສະອາດໃຊ້ໃຫ້ພຽງພໍກັບຄວາມຕ້ອງການເຊິ່ງສາມາດບັນລຸຕົວຊີ້ບອກສໍາເລັດ 100%.

ໃນຕອນທ້າຍ ຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໂດຍທ່ານໄດ້ເໜັ້ນໜັກ ໃຫ້ການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຈະຕ້ອງເອົາໃຈໃສ່ສືບຕໍ່ບັນຫາສິ່ງທ້າທາຍ ກໍຄືບັນຫາສິ່ງແວດລ້ອມທີ່ໄດ້ຖືກທໍາລາຍຫຼາຍ ເຮັດໃຫ້ປັດໃຈນໍ້າບົກແຫ້ງ, ປູກຈິດສໍານຶກ ສ້າງເປັນນິໄສຕັ້ງແຕ່ລຸ້ນນ້ອຍພຸ້ນມາ, ການຈະປູກຈິດສໍານຶກມາແຕ່ລຸ້ນ, ໂຄສະນາປູກຈິດສໍານຶກຫຼາຍຮູບແບບ, ເອົາໃຈໃສ່ປະເມີນກວດກາເປັນແຕ່ລະໄລຍະ ແລະ ພ້ອມກັນຮັກສານາມມະຍົດເມືອງຢຸດຕິຖ່າຍຊະຊາຍໄວ້ໃຫ້ໝັ້ນຄົງ. ໂອກາດດັ່ງກ່າວກໍໄດ້ມີການຕັດແຖບຜ້າ ລັ່ນຄ້ອງ 9 ບາດ ແລະ ເປີດປ້າຍ ເພື່ອເປັນສັນຍາລັກໃນການຮັບຮອງເມືອງຊຽງຮ່ອນ ເປັນເມືອງຢຸດຕິການຖ່າຍຊະຊາຍ ຢ່າງເປັນທາງການ.

ໂດຍ: ດອນ ຂຽວພະນາ 020 55443362.

 


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *