ຫ້ອງການສາທາລະນະສຸກເມືອງຊຽງຮ່ອນສ້າງຂະບວນການຕ້ານພະຍາດໄຂ້ເລືອດອອກ

ກົດແຊຣ໌

ເພື່ອເປັນການສະກັດກັ້ນຕ້ານການລະບາດພະຍາດໄຂ້ເລືອດອອກໃນຊ່ວງລະດູຝົນນີ້ ທາງຫ້ອງການສາທາລະນະສຸກເມືອງຊຽງຮ່ອນໄດ້ຈັດ ກອງປະຊຸມຮ່ວມແຮງຮ່ວມໃຈຕ້ານພະຍາດໄຂ້ເລືອດອອກ ກອງປະຊຸມໄດ້ຈັດຂື້ນໃນວັນທີ 31 ພຶດສະພາ 2023ນີ້ ຢູ່ທີ່ຫ້ອງການບ້ານປ່າຫວ້ານ ເມືອງຊຽງຮ່ອນ ໂດຍການເປັນປະທານຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຊຽງຮ່ອນ ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມ ມີຂະແໜງການທີ່ກ່ຽວຂ້ອງ ມີອົງການປົກຄອງບ້ານປ່າຫວ້ານແລະບ້ານໃກ້ຄຽງ ພະນັກງງານແພດໝໍ ແລະ ປະຊາຊົນພາຍໃນບ້ານປ່າຫວ້ານເຂົ້າຮ່ວມ.

       ໃນກອງປະຊຸມ ທ່ານໝໍ ອານົງ ຍົດບຸນ ໄດ້ໃຫ້ຮູ້ວ່າພະຍາດໄຂ້ຍຸງລາຍຫຼືພະຍາດໄຂ້ເລືອດອອກແມ່ນເກີດຈາກເຊື້ອໄວຣັດ ຊະນິດໜຶ່ງເຊິ່ງແມ່ນເກີດຈາກຍຸງລາຍໂຕແມ່ເປັນພາຫະນໍາເຊື້ອຈາກຄົນໜຶ່ງໄປສູ່ອີກຄົນໜຶ່ງແລະຕໍ່ໄປອີກຫຼາຍໆຄົນ ແລະທ່ານກໍຍັງໄດ້ອະທິບາຍໃຫ້ຄວາມຮູ້ກ່ຽວກັບສະພາບການລະບາດໃນໄລຍະທີ່ຜ່ານມາ,ຜົນຮ້າຍ ແລະ ວິທີປ້ອງກັນພະຍາດໄຂ້ເລືອດອອກ ໂດຍສະເພາະແມ່ນໃຫ້ທຸກຄົນປະຕິບັດ 5 ປໍທີ່ທາງກະຊວງສາທາລະນະສຸກວາງອອກຄື: ປໍ1 ປິດພາສະນະບັນຈຸນໍ້າ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່ ປໍ2 ປ່ຽນນໍ້າໃນພາສະນະເປັນປະຈຳ, ປໍ3 ປ່ອຍປາຫາງນົກຍຸງໃສ່ພາສະນະທີ່ບັນຈຸນໍ້າ ເພື່ອໃຫ້ກິນໜອນນໍ້າຍຸງລາຍ, ປໍ4 ປັບປຸງອະນາໄມບໍລິເວນທີ່ຢູ່ອາໃສໃຫ້ສະອາດງາມຕາຢູ່ສະເໝີ, ປໍ5 ປະຕິບັດ5ປໍໃຫ້ເປັນນີໄສອາທິດລະສອງຄັ້ງ  ຈາກນັ້ນທ່ານ ບຸນຈັນ ແກ້ວວິຊາ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ພ້ອມທັງຮຽກຮ້ອງໃຫ້ອົງການຈັດຕັ້ງບ້ານ ແລະ ປະຊາຊົນພາຍໃນບ້ານ ຈົ່ງພ້ອມກັນໃຫ້ຄວາມຮ່ວມມືໃນການປ້ອງກັນພະຍາດໄຂ້ເລືອດອອກ ດ້ວຍການເປັນເຈົ້າການຂອງທຸກໆຄົນ, ທຸກໆຄອບຄົວ ໃນການປ້ອງກັນທຳລາຍແຫຼ່ງເພາະພັນຂອງຍຸງລາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ເປັນຄວາມຮັບຜິດຊອບຂອງທຸກຄົນໃນສັງຄົມ ໃຫ້ຄວາມຮ່ວມມືກັບແພດໝໍເວລາເກີດກໍລະນີສົງໄສວ່າເປັນໄຂ້ເລືອດອອກ ພ້ອມກັນນັ້ນກໍໃຫ້ອະນາໄມເຮືອນຊານບ້ານຊ່ອງຂອງຕົນ ທັງນີ້ກໍເພື່ອປ້ອງກັນພະຍາດໄຂ້ເລືອດອອກ ແລະ ເປັນການປຸກລະດົມສັງຄົມໄດ້ຮັບຮູ້ ພ້ອມກັນປ້ອງກັນພະຍາດໄຂ້ເລືອດອອກບໍ່ໃຫ້ລະບາດຢູ່ພາຍໃນເມືອງຊຽງຮ່ອນ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *