ເມືອງຊຽງຮ່ອນໄດ້ຈັດພິທີປາຖະກະຖາວັນ ແມ່ຍິງສາກົນ 8 ມີນາ ຄົບຮອບ 114 ປີ

ກົດແຊຣ໌

ເມືອງຊຽງຮ່ອນໄດ້ຈັດພິທີ ປາຖະກະຖາວັນ ແມ່ຍິງສາກົນ 8 ມີນາ ຄົບຮອບ 114 ປີ 8 ມີນາ 1910-8 ມີນາ 2024 ພິທີໄດ້ຈັດຂື້ນໃນວັນທີ 7 ມີນາ 2024 ໂດຍການເປັນກຽດປາຖະກະຖາ ຂອງທ່ານ ທອງຂາວ ສຸດຈະລິດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງຊຽງຮ່ອນ ມີຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ແຂກຖືກເຊີນ ແລະ ສະມາຊິກແມ່ຍິງອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ທອງຂາວ ສຸດຈະລິດ ປະທານແນວລາວສ້າງຊາດ ເມືອງຊຽງຮ່ອນ ໄດ້ໃຫ້ກຽດປາຖະກະຖາ ພາຍໃຕ້ ຄຳຂວັນ ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ ເນື້ອໃນເອກະສານທີ່ນຳມາປາຖະກະຖາປະກອບມີ: ປະຫັວດຄວາມເປັນມາ ຂອງວັນແມ່ຍິງສາກົນ ວັນທີ 8 ມີນາ, ບັນດາອົງການຈັດຕັ້ງ ສົນທິສັນຍາ ຖະແຫຼງການ ກອງປະຊຸມຕ່າງໆ ກ່ຽວກັບແມ່ຍິງສາກົນ ພາກພື້ນ ແລະ ອາຊຽນ, ນະໂຍບາຍ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປລາວ ແລະວຽກພົວພັນຮ່ວມມືກັບຕ່າງປະເທດ. ວັນທີ 8 ມີນາ ເຊິ່ງໄດ້ກຳເນີດຂື້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ ເມື່ອໂຮງຈັກໂຮງງານອຸດສາຫະກຳ ຂອງນາຍທຶນຂະຫຍາຍຕົວ ໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ ແຕ່ຊໍ້າພັດຍິ່ງເພີ່ມຄວາມລຳບາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກຳມະກອນແມ່ຍິງ ຢູ່ພາຍໃຕ້ລະບອບສັກດີນາ, ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງເເຮງງານດ້ວຍລາຄາຖືກ ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບົບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ຕໍ່ກັບສະພາບການຕ່າງໆ ແລະ ຄວາມທໍລະມານດັ່ງກ່າວ ກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນຈຶ່ງໄດ້ສາມັກຄີກັນລຸກຂື້ນຕໍ່ສູ້ໃນວັນທີ 8 ມີນາ 1899 ທວງໃຫ້ພວກນາຍທຶນຕ້ອງໄດ້ແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ. ນອກຈາກຜ່ານປະຫວັດຄວາມເປັນມາຂອງວັນທີ 8 ມີນາແລ້ວຍັງໄດ້ຜ່ານ ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ, ກອງປະຊຸມຕ່າງໆ ກ່ຽວກັບແມ່ຍິງ ໃນລະດັບສາກົນ, ພາກພື້ນ ແລະ ນະໂຍບາຍສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປລາວ. ໃນພິທີຍັງໄດ້ສ້າງຂະບວນການແຂ່ງຂັນກິລາມິດຕະພາບ ດ້ວຍບັນຍາກາດເບີກບານມ່ວນຊື່ນ.

ໂດຍ: ດອນ ຂຽວພະນາ 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *