ເມືອງຊຽງຮ່ອນເປີດກອງປະຊຸມສະຫຼຸບຕີລາຄາ ວຽກງານກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດປະຈໍາປີ 2023 ແລະທິດທາງແຜນການປີ2024

ກົດແຊຣ໌

ກອງປະຊຸມສະຫຼຸບຕິລາຄາວຽກງານກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ໄດ້ຈັດຂື້ນໃນວັນທີ 5 ມີນາ 2024ນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ສົມບູນ ໄຊວຸດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຊຽງຮ່ອນ ມີບັນດາທ່ານກຳມະການປະຈຳພັກເມືອງ, ຫົວໜ້າ ຮອງຫ້ອງການ ສຳນັກງານ ກົມກອງ, ຄະນະພັກຮາກຖານ, ລັດວິສາຫະກິດ, ທະນາຄານ, ສະຫະກອນສິນເຊື່ອ ກຸ່ມຜະລິດກະສິກຳ, ກຸ່ມຜູ້ຊົມໃຊ້ນໍ້າ, ນັກທຸລະກິດຜູ້ປະກອບການ, ແຂກເຊີນຈາກເມືອງຄອບ ອົງການປົກຄອງບ້ານ 14 ບ້ານເທດສະບານ ແລະ ວິຊາການຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຂົ້າຮ່ວມ.

ທ່ານ ສົມບູນ ໄຊວຸດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ກອງປະຊຸມໄດ້ເປິດຂື້ນໃນສະພາບການທີ່ພົບກັບບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ລາຄານໍ້າມັນ, ລາຄາປັດໄຈການຜະລິດເພີ່ມຂື້ນ, ໄພເງິນເຟີ້, ການປ່ຽນແປງສະພາບດິນຟ້າອາກາດຊຶ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ເປັນສິ່ງທ້າທາຍຕໍ່ການຜະລິດ, ຕໍ່ຄວາມໜັ້ນຄົງດ້ານສະບຽງອາຫານຂອງເມືອງ ແລະກອງປະຊຸມໃນຄັ້ງນີ້ຈຶ່ງມີຄວາມສໍາຄັນຫຼາຍ ທີ່ຈະໄດ້ຮັບຟັງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກະສິກຳ, ປ່າໄມ້ແລະພັດທະນາຊົນນະບົດປະຈໍາປີ2023ແລະທິດທາງແຜນການປີ2024 ແລະຈະໄດ້ມີການຄົ້ນຄວ້າບັນຕ່າງໆເປັນຕົ້ນແມ່ນ: ສົ່ງເສີມການຜະລິດສີນຄ້າຮັບໃຊ້ພາຍໃນທົດແທນການນໍາເຂົ້າ, ການຊຸກຍູ້ສົ່ງເສີມບັນດາສິນຄ້າທີ່ມີທ່າແຮງມີຕະຫຼາດ ແລະ ຜະລິດເພື່ອສົ່ງອອກ, ມາດຕະການປ້ອງກັນການຜະລິດພາຍໃນ ແລະ ສົ່ງເສີມການສົ່ງອອກ, ການປັບປຸງສະຖານນີກະສິກຳ, ການຫັນພະນັກງານລົງໄປສູ່ຮາກຖານການຜະລິດ, ການຄຸ້ມຄອງ ແລະ ປົກປັກຮັກສາ 3 ປະເພດປ່າ, ການຄຸ້ມຄອງຊຸກຍູ້ສົ່ງເສີມພັດທະນາໂຮງງານປຸງແຕ່ງກະສິກຳ, ປ່າໄມ້, ການຫຼຸດຜ່ອນຕົ້ນທືນການຜະລິດກະສິກຳສະອາດ, ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ນະໂຍບາຍເພື່ອຊຸກຍູ້ ແລະ ສົ່ງເສີມການຜະລິດເປັນສີນຄ້າ ໂດຍສະເພາະນະໂຍບາຍການເຂົ້າຫາແຫຼ່ງທຶນ, ການຊ່ວຍເຫຼືອດ້ານເຕັກນິກເພື່ອຫຼຸດຕົ້ນທຶນ ແລະ ຍົກສະມັດຕະພາບ ການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ, ເລກທີ 11/ນຍ ແລະ ນິຕິກໍາອື່ນໆ ແລະ ການຈັດຕັ້ງປະຕິບັດ ດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ເພື່ອເຮັດໃຫ້ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ບັນລຸຕາມແຜນທີ່ວາງໄວ້. ໃນວາລະກອງປະຊຸມຜູ້ເຂົ້າຮ່ວມຍັງຈະໄດ້ປະກອບຄໍາຄິດຄໍາເຫັນຕໍ່ບັນຫາຂະແໜງການພົບພໍ້, ມີຫັຍງແດ່, ຍ້ອນຫັຍງ, ຂໍ້ຈໍາກັດ, ຄວາມຫຍຸ້ງຍາກ, ຂໍ້ສະເໜີ ແລະ ວິທີແກ້ໄຂໃນຕໍ່ໜ້າ ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 1 ວັນຈຶ່ງຈະສຳເລັດ.

ໂດຍ: ດອນ ຂຽວພະນາ 020 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *