ເມືອງຊຽງຮ່ອນເປີດຝຶກອົບຮົມ ກົດໝາຍ 45 ວັນໃຫ້ອົງການປົກຄອງບ້ານເຂດລາວສະໂນ

ກົດແຊຣ໌

 

ພິທີເປີດຝຶກອົບຮົມກົດໝາຍຂັ້ນພື້ນຖານ ລະບົບບໍາລຸງ 45 ວັນ ໃຫ້ອົງການປົກຄອງບ້ານເຂດລາວສະໂນ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ພິທີໄດ້ຈັດຂື້ນໃນວັນທີ 8 ສິງຫາ 2023ນີ້ ຢູ່ທີ່ຫ້ອງການບ້ານ ສາມັກຄີໄຊ ເປັນກຽດກ່າວເປີດໂດຍ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ມີບັນດາຜູ້ຊີ້ນຳບ້ານ, ຫົວໜ້າຫ້ອງການຍຸຕິທໍາເມືອງ, ວິທະຍາກອນ, ຄະນະຮັບຜິດຊອບຈັດຝຶກອົບຮົມ ແລະ ສຳມະນາກອນທີ່ມາຈາກ ອົງການປົກຄອງບ້ານເຂດລາວສະໂນເຂົ້າຮ່ວມ.

    ໃນພິທີເປີດຊຸດຝຶກອົບຮົມທ່ານ ອ່ອນແກ້ວ ພອນໄຊ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ຜ່ານແຜນການອົບຮົບ ທ່ານໄດ້ກ່າວວ່າ: ຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານ ລະບົບບໍາລຸງ 45 ວັນປະຈຳປີ 2023ໃນຄັ້ງນີ້ ສຳມະນາກອນຈະໄດ້ອົບຮົມຄວາມຮູ້ທາງດ້ານກົດໝາຍປະກອບມີ 32 ວິຊາ, ມີຈໍານວນສໍາມະນາກອນເຂົ້າຮ່ວມອົບຮົມທັງໝົດ 35 ທ່ານ,ຍິງ 4 ທ່ານ ທີ່ມາຈາກ ອົງການປົກຄອງບ້ານເຂດລາວສະໂນ ບ້ານລະ 5 ທ່ານ ຊຸດອົບຮົມກົດໝາຍໃນຄັ້ງນີ້ ເປັນການຈັດຕັ້ງຜັນຂະຫຍາຍວຽກງານຍຸຕິທຳ ກໍຄືການນຳເອົາກົດໝາຍລົງສູ່ຂັ້ນຮາກຖານ ແນໃສ່ເຮັດໃຫ້ອົງການປົກຄອງບ້ານເຂດດັ່ງກ່າວໄດ້ຮັບຮູ້ ແລະ ເຂົ້າໃຈ ກຳໄດ້ພາລະບົດບາດ ສິດໜ້າທີ່ຂອງຕົນ ຕາມລະບຽບກົດໝາຍ ແລະ ຮູ້ນຳໃຊ້ກົດໝາຍໃຫ້ຫຼາຍຂື້ນ ທັງເປັນການເຮັດໃຫ້ອົງການປົກຄອງບ້ານ ມີຄວາມໜັກແໜ້ນໃນການຊີ້ນຳ-ນຳພາຢູ່ໃນແຕ່ລະຂົງເຂດວຽກງານ ສາມາດນຳເອົາຄວາມຮູ້ທາງດ້ານກົດໝາຍ ໄປສຶກສາອົບຮົມພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານຂອງຕົນໃຫ້ມີສະຕິເຄົາລົບລະບຽບ-ກົດໝາຍໃຫ້ເລິກເຊິ່ງ,ກວ້າງຂວາງ ແລະ ທົ່ວເຖິງ ເພື່ອເຮັດໃຫ້ບ້ານມີການປະຕິບັດກົດໝາຍດ້ວຍຄວາມຍຸດຕິທຳສູງຂື້ນ.

   ໃນໂອກາດທີ່ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນ ໄດ້ເຂົ້າຮ່ວມເປີດຊຸດຝຶກອົບຮົມກົດໝາຍໃນຄັ້ງນີ້ທ່ານໄດ້ຮຽກຮ້ອງມາຍັງ ວິທະຍາກອນ, ຄູອາຈານຕ້ອງໄດ້ສຸມສະຕິປັນຍາຖ່າຍທອດຄວາມຮູ້ຂອງຕົນໃຫ້ແກ່ສຳມະນາກອນ ແລະ ສຳມະນາກອນເອງກໍ່ຈະຕ້ອງໄດ້ຕັດສິນໃຈສູງເຂົ້າໃນການອົບຮົມ, ເອົາໃຈໃສ່ປະຕິບັດກົດລະບຽບຂອງການຝຶກອົບຮົມ ຮ່ຳຮຽນເອົາບົດຮຽນນຳຄູອາຈານເພື່ອໃຫ້ຕົນເອງໄດ້ມີຄວາມຮູ້ທາງດ້ານກົດໝາຍ ແລະ ນຳເອົາຄວາມຮູ້ດັ່ງກ່າວໄປໝູນໃຊ້ໃນຮາກຖານຂອງຕົນ ທັງແນໃສ່ເຮັດໃຫ້ທຸກຄົນໃນສັງຄົມມີສະຕິເປັນເຈົ້າເຄົາລົບລະບຽບ ແລະກົດໝາຍ.

ໂດຍ: ດອນ ຂຽວພະນາ  55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *