ພະແນກຍຸຕິທໍາແຂວງໄຊຍະບູລີ ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ຊຸກຍູ້ວຽກງານຍຸຕິທໍາຮາກຖານ ຢູ່ເມືອງຊຽງຮ່ອນ

ກົດແຊຣ໌

ໃນວັນທີ 9 ສິງຫາ 2023ນີ້ ທ່ານ ບຸນລ້ຽງ ດວງສົມພອນ ຫົວໜ້າພະແນກຍຸຕິທໍາແຂວງ ໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ຊຸກຍູ້ວຽກງານຍຸຕິທໍາຮາກຖານ ຢູ່ທີ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ. ໂດຍການເຂົ້າຮ່ວມຂອງທ່ານ ກົງທອງ ສິດທິໄຊ ເລຂາບໍລິຫານງານພັກເມືອງ ເຈົ້າເມືອງໆຊຽງຮ່ອນ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ແລະອົງການປົກຄອງບ້ານເຂົ້າຮ່ວມ.

       ໃນການລົງເຄື່ອນໄຫວເຜີຍແຜ່ກົດໝາຍໃນຄັ້ງນີ້ ທ່ານນາງ ລົດຈະນາ ເຂັມທອງ ຫົວໜ້າພະແນກບໍລິການໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອທາງດ້ານກົດໝາຍ ກະຊວງຍຸຕິທຳ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການຟື້ນຟູ ແລະລົ້ມລະລາຍວິສາຫະກິດ ຈາກນັ້ນທາງທີມງານຂອງພະແນກຍຸຕິທໍາແຂວງ ກໍ່ໄດ້ຜັດປ່ຽນກັນຂື້ນໂຄສະນາເຜີຍແຜ່ ກົດໝາຍ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍການສ້າງນິຕິກໍາ, ກົດໝາຍວ່າດ້ວຍທະບຽນສານ ແລະ ກົດໝາຍວ່າດ້ວຍການປະຕິບັດຄໍາຕັດສີນຂອງສານ ແລະ ຄໍາແນະນໍາ ເລກທີ 204/ກຍ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ສົນທະນາແລກປ່ຽນບົດຮຽນທາງດ້ານກົດໝາຍເຊິ່ງກັນ ແລະ ກັນ ທີ່ເກີດຂື້ນຢູ່ໃນເມືອງ. ການລົງເຜີຍແຜກົດໝາຍໃນຄັ້ງນີ້ ກໍ່ເພື່ອເປັນບ່ອນອີງເຮັດໃນການຈັດຕັ້ງປະຕິບັດວຽກງານກົດໝາຍໃຫ້ດໍາເນີນໄປຢ່າງເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນ ແນ່ໃສ່ເຮັດໃຫ້ພະນັກງານຫລັກແຫຼ່ງຂອງເມືອງ ແລະ ອົງການຈັດຕັ້ງຂອງບ້ານໄດ້ຮັບຮູ້, ເຂົ້າໃຈ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ.

    ໃນຕອນທ້າຍ ທ່ານ ບຸນລ້ຽງ ດວງສົມພອນ ຫົວໜ້າພະແນກຍຸຕິທໍາແຂວງ ໄຊຍະບູລີ ໄດ້ໃຫ້ກຽດໂອ້ລົມ ພ້ອມເໜັ້ນໜັກບາງບັນຫາໃຫ້ ອົງການປົກຄອງເມືອງ ພະນັກງານຫລັກແຫລ່ງຂອງເມືອງ ຂະແ8ງການກ່ຽວຂ້ອງ ແລະ ອົງການປົກຄອງບ້ານທີ່ໄດ້ຮັບຮູ້ ເຂົ້າໃຈຕໍ່ກັບກົດໝາຍ ນໍາເອົາຄວາມຮູ້ທາງດ້ານກົດໝາຍໄປໝູນໃຊ້ໃນຮາກຖານຂອງຕົນ ທັງເປັນການແນ່ໃສ່ເຮັດໃຫ້ທຸກຄົນໃນສັງຄົມມີສະຕິເຄົາລົບກົດໝາຍຫຼາຍຂື້ນ. ໃນໂອກາດທີ່ລົງເຄື່ອນໄຫວໃນຄັ້ງນີ້ທ່ານຍັງໄດ້ນຳເອົາເງິນມາມອບເງິນໃຫ້ຫ້ອງການຍຸດຕິທຳເມືອງຈໍານວນ 15.000.000 ກີບ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຍຸຕິທໍາຮາກຖານປະຈໍາປີ 2023 ອິກດ້ວຍ.

ໂດຍ: ດອນ ຂຽວພະນາ 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *