ບ້ານທາດຈັດພິທີສະຫຼຸບການຈັດຕັ້ງປະຕິບັດກອງທຶນພັດທະນາຂັ້ນບ້ານ

ກົດແຊຣ໌

ໃນວັນທີ 7 ສິງຫາ 2023ນີ້ ຢູ່ທີ່ຫ້ອງການບ້ານໆ ທາດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດ ພິທີສະຫຼຸບການຈັດຕັ້ງປະຕິບັດວຽກງານກອງທຶນພັດທະນາຂັ້ນບ້ານໄລຍະ 1 ປີ  ກອງປະຊຸມໄດ້ຂື້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມຄິດ ສານສົມບັດ ກຳມະການພັກເມືອງ ເລຂາພັກບ້ານ ນາຍບ້ານໆທາດ ມີທ່ານ ສີເມືອງ ລັກຄະນະຄຸນ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ມີປະທານ ຄະນະກອງທຶນບ້ານ ແລະ ສະມາຊິກກອງທຶນເຂົ້າຮ່ວມ.

  ໃນພິທີ ທ່ານ ສົມພານ ຍົດບຸນ ປະທານກອງທຶນບ້ານທາດ ໄດ້ຂື້ນລາຍງານການຈັດຕັ້ງປະຕິບັດວຽກງານກອງທຶນໃນໄລຍະ 1ປີຜ່ານມາ ໂດຍທ່ານໄດ້ກ່າວວ່າ: ກອງທຶນພັດທະນາບ້ານທາດ ເປັນກອງທຶນໜຶ່ງທີ່ຂື້ນກັບການຊີ້ນຳຂອງໜ່ວຍງານພັດທະນາຊົນນະບົດ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ໄດ້ສ້າງຕັ້ງຂື້ນໃນປີ 2008 ສ້າງຕັ້ງທຳອິດມີ ສະມາຊິກ 134 ຄົນ ມີເງິນຝາກທຳອິດ 11.160.000 ກີບ ແລະໄດ້ຮັບທຶນສົມທົບຈາກກອງທຶນພັດທະນາຊົນນະບົດຈຳນວນ 30.000.000 ກີບ ໄດ້ເຄື່ອນໄຫວຕາມສິດພາລະບົດບາດ ແລະ ລະບຽບ ຂອງກອງທຶນໄດ້ດີຕະຫຼອດມາ. ຜ່ານການຈັດຕັ້ງປະຕິບັດກົດລະບຽບຂອງກອງທຶນຢ່າງເຂັ້ມງວດ ມີຄວາມຊັດເຈນ ໂປ່ງໃສ ສາມາດກວດສອບໄດ້ຈື່ງເຮັດໃຫ້ກອງທຶນມີບາດກ້າວຂະຫຍາຍຕົວເລື້ອຍໆມາ ຕາມແຕ່ລະໄລຍະ ຮອດເດືອນສິງຫາ2023 ມີສະມາຊິກທັງໝົດ 699 ຄົນ ໄດ້ມີທຶນທັງໝົດ 7.704.693.000 ກີບ ໂດຍໄດ້ແບ່ງອອກ ເປັນທຶນຂອງກອງທຶນພັດທະນາຊົນນະບົດ 18.000.000 ກີບ, ທຶນສຳຮອງຂອງກອງທຶນ 134.480,000 ກີບ, ທຶນສະສົມກອງທຶນ 104.000.000 ກີບ, ທຶນພັດທະນາບ້ານ 36.000.000 ກີບ, ເງິນຝາກຂອງສະມາຊິກ 6.611.000.000 ກີບ, ດອກເບ້ຍໝົດປີ 796.000.000 ກີບ ແລະ ຄ່າບໍລິການອື່ນໆ 2.600.000 ກີບ ແລະ ທ່ານຍັງໄດ້ຍົກໃຫ້ເຫັນທິດທາງແຜນການຕໍ່ໜ້າຄະນະກຳມະການກອງທຶນຂັ້ນບ້ານຈະໄດ້ເອົາໃຈໃສ່ສືບຕໍ່ເຜີຍແຜ່ບັນດາກົດລະບຽບ ແລະນິຕິກຳຂອງກອງທຶນໃຫ້ບັນດາສະມາຊິກໄດ້ຮັບຮູ້ຢ່າງເລິກເຊິ່ງເຖິງຖອງ ແລະ ເອົາໃຈໃສ່ປຸກລະດົມພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າເປັນສະມາຊິກກອງທຶນໃຫ້ຫຼາຍຂື້ນ ເພື່ອເປັນການຊ່ວຍເຫຼືອເຊິ່ງກັນ ແລະກັນ, ແກ້ໄຂຄວາມທຸກຍາກຂອງຂອງສະມາຊິກອີກດ້ວຍ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *