ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການຊື້-ຂາຍ ແລະ ສົ່ງອອກຜະລິດຕະພັນປຸງແຕ່ງຢາງພາລາ ປະຈຳປີ 2023 ແລະ ທິດທາງແຜນການປີ 2024

ກົດແຊຣ໌

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການຊື້-ຂາຍ ແລະ ສົ່ງອອກຜະລິດຕະພັນປຸງແຕ່ງຢາງພາລາ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ໄດ້ຈັດຂື້ນໃນວັນທີ 6 ມີນາ 2024ນີ້ ຢູ່ຫ້ອງປະຊຸມຫ້ອງວ່າການ ໂດຍການເປັນປະທານຂອງ ທ່ານ ແສງອາທິດ ລາວເບຼຍຢາທໍ່ ຮອງເຈົ້າເມືອງໆຊຽງຮ່ອນ ມີຄະນະກຳມະການຂັ້ນເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບໍລິສັດ, ນັກທຸລະກິດ, ຜູ້ປະກອບການດ້ານຢາງພາລາ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສີເມືອງ ອິນທະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຊຽງຮ່ອນ ໄດ້ລາຍງານການຈັດຕັ້ງປະຕິບັດການຊື້-ຂາຍ ແລະ ສົ່ງອອກຜະລິດຕະພັນປຸງແຕ່ງຢາງພາລາປະຈຳປີ 2023 ແລະ ກຳນົດທິດທາງແຜນການປີ 2024. ທົ່ວເມືອງຊຽງຮ່ອນ ມີເນື້ອທີ່ປູກຢາງພາລາທັງໝົດ 6.200 ເຮັກຕາ ໃນນັ້ນເນື້ອທີ່ ທີ່ໄດ້ປາດແລ້ວຈຳນວນ 4.224 ເຮັກຕາ ລະເລຍສະມັດຕະພາບຜົນຜະລິດໄດ້ 4,6 ໂຕນຕໍ່ເຮັກຕາ ສະເລຍຜົນຜະລິດໄດ້ 19.432 ໂຕນຕໍ່ປີ, ມີ 41ບ້ານ, ມີ 3.229 ຄອບຄົວ, ມີ 4 ບໍລິສັດໄດ້ມາລົງທຶນສົ່ງເສີມການປູກຄື: ບໍລິສັດ ລີລຽງຢູນານ ຈຳກັດ ໃນເນື້ອທີ່ 600 ກວ່າເຮັກຕາ, ບໍລິສັດ ຊຽງຕາລີ ຈຳກັດ ໃນເນື້ອທີ່ 2.885 ເຮັກຕາ, ບໍລິສັດ ບໍ່ແກ້ວ ຈຳກັດ ໃນເນື້ອທີ່ 187 ເຮັກຕາ, ບໍລິສັດ ລາວຈູນທົ່ງຢາງພາລາ ຈຳກັດໃນເນື້ອທີ່ 192 ເຮັກຕາ, ນະໂຍບາຍຂອງທ່ານເຈົ້າແຂວງສົ່ງເສີມໃຫ້ຄອບຄົວທຸກຍາກເຂດປາກເປັດ ໃນເນື້ອທີ່ 6,4 ເຮັກຕາ ແລະ ປະຊາຊົນລົງທຶນປູກເອງຈຳນວນ 2.073 ເຮັກຕາ ການຂາຍຂອງຊາວກະສິກອນແມ່ນຂາຍຢາງພາລາກ້ອນ, ການຮັບຊື້ຂອງບໍລິສັດແມ່ນອີງໃສ່ລາຄາຕາມທ້ອງຕະຫຼາດ ແລະ ຄຸນນະພາບຂອງຢາງພາລາ. ສ່ວນການສົ່ງອອກຢາງພາລາກ້ອນ ແລະ ຜະລິດຕະພັນຢາງພາລາ ໃນປີ 2023 ຜ່ານມາ ໄດ້ສົ່ງອອກຢາງພາລາກ້ອນ ທີ່ຍັງບໍ່ໄດ້ປຸງແຕ່ງຈຳນວນ 430 ໂຕນ ລວມມູນຄ່າ 1.720.000.000 ກີບ ມີ3 ບໍລິສັດຄື: ບໍລິສັດ ບຸນທາ ການຄ້າ ຈຳກັດ ສົ່ງອອກ 350 ໂຕນ, ບໍລິສັດ ສົມພອນສົ່ງອອກຢາງພາລາ ຈຳກັດ 50 ໂຕນ ແລະ ບໍລິສັດ HLB ຈຳກັດ ສົ່ງອອກ 30ໂຕນ. ສ່ວນບໍລິສັດ ລາວຈູນທົ່ງຢາງພາລາ ຈຳກັດ ສົ່ງອອກຢາງພາລາປຸງແຕ່ງເຄິ່ງສຳເລັດຮູບ ຈຳນວນ 6.400 ໂຕນ ລວມມູນຄ່າ 51.200.000.000 ກີບ. ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບການຊື້-ຂາຍ, ການສົ່ງເສີມ, ການສົ່ງອອກ, ການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ກຳນົດທິດທາງໃນປີ2024 ໃຫ້ໄປຕາມທິດທາງແຜນການທີ່ກຳນົດໄວ້.

ໂດຍ: ດອນ ຂຽວພະນາ 202 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *