ບ້ານທາດ ເມືອງຊຽງຮ່ອນວາງສີລາຈາລຶກໂຄງການກໍ່ສ້າງຫໍໄຫວ້ພະເຈົ້າທັນໃຈ

ກົດແຊຣ໌

       ພິທີວາງສີລາຈາລຶກໂຄງການກໍ່ສ້າງຫໍໄຫວ້ພະເຈົ້າທັນໃຈ ໄດ້ຈັດຂື້ນໃນວັນທີ 11 ເມສາ 2022 ຢູ່ທີ່ວັດທາດ ສາສະດາລາມ  ເມືອງຊຽງຮ່ອນ ແຂວງໄຊຍະບູລີ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ, ມີທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ, ມີບັນດາການນຳຂັ້ນເມືອງ,  ພຣະສົງ-ສາມະເນນ, ເຖົ້າແກ່ແນວໂຮມ ພ້ອມດ້ວຍ ຊາວພຸດທະສາສະນິກະຊົນພາຍໃນເມືອງເຂົ້າຮ່ວມ.   

        ເຊິ່ງການກໍ່ສ້າງຫໍໄຫວ້ພະເຈົ້າທັນໃຈ ມີຂະໜາດລວງກວ້າງ 9 ແມັດ, ລວງຍາວ 18 ແມັດ ລວມມູນຄ່າໃນການກໍ່ສ້າງທັງໝົດ 700 ກວ່າລ້ານກີບ. ໃນພິທີໄດ້ມີການສູດປະລິຕະມຸງຄຸນ ຖວາຍສັງຄະທານ ຈາກນັ້ນກໍ່ໄດ້ມີພິທີວາງສີລາຈາລຶກເຊິ່ງເລີມຕົ້ນໂດຍພິທີການໄຕທຽນໄຊຈາກພຣະສົງ ແລະ ຕາງໜ້າການນຳຂັ້ນແຂວງ ຂັ້ນເມືອງ ໂດຍໃຫ້ກຽດຂື້ນໄຕ້ທຽນໄຊເອົາເລີກເອົາໄຊໃນເລີກງາມຍາມດີໂດຍແມ່ນ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ, ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ແລະ ອົງການປົກຄອງເມືອງ ,ບ້ານ ແລະ ປະຊາຊົນ ໄດ້ພ້ອມກັນຕັ້ງເສົາ ເພຶ່ອເປັນສິລິມຸງຄຸນ ແລະ ເລີ່ມລົງມືການກໍ່ສ້າງ ທັງນີ້ກໍ່ເພື່ອເປັນການ ສ້າງໃຫ້ເປັນແຫຼ່ງທ່ອງທ່ຽວທີ່ເປັນເອກກະລັກຂອງເມືອງຊຽງຮ່ອນ.

ໂດຍ: ດອນ ຂຽວພະນາ 020 5544 3362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *