ເມືອງຊຽງຮ່ອນຈັດພິທີສອບເສັງ ຈົບຊັ້ນສາຍສາມັນ ຂັ້ນ ປ.5

ກົດແຊຣ໌

         ເມືອງຊຽງຮ່ອນໄດ້ຈັດພິທີເປີດຫົວບົດສອບເສັງ ຈົບຊັ້ນປະຖົມສຶກສາ ປ5 ທົ່ວເມືອງຂື້ນ ໂດຍປະຕິບັດຕາມແຈ້ງການຂອງທ່ານຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ ສະບັບເລກທີ 1942/ສກຂ.ຊຍ, ລົງວັນທີ 23 ພຶດສະພາ 2023 ກ່ຽວກັບການສອບເສັງ ຈົບຊັ້ນສາຍມັນສຶກສາ ຂັ້ນ ປ.5, ມ.4 ແລະ ມ.7 ປະຈຳສົກຮຽນ 2022-2023, ການຈັດການສອບເສັງໃນຄັ້ງນີ້ກໍເພື່ອແນ່ໃສ່ ການກວດກາຕີລາຄາຄືນການສິດສອນຂອງຄູ ແລະ ການຮໍ່າຮຽນຂອງນັກຮຽນຢູ່ແຕ່ລະໂຮງຮຽນ, ທັງເປັນການຄັດເລືອກ ແລະ ກະກຽມໃຫ້ເຂົ້າຮຽນຕໍ່ຊັ້ນມັດທະຍົມຕອນຕົ້ນໃນສົກຮຽນຕໍ່ໄປ ດັ່ງນັ້ນ, ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2023 ນີ້ ໂດຍພາຍໃຕ້ການນຳພາຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງ ປະທານຄະນະກຳມະການຈັດການສອບເສັງ ມີຄະນະກໍາມະການຈັດການສອບເສັງຂັ້ນເມືອງ, ມີຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.    ການສອບເສັງຈົບຊັ້ນສາຍສາມັນສຶກສາ ຊັ້ນ ປ.5 ໃນຄັ້ງນີ້ ທົ່ວເມືອງແມ່ນໄດ້ແບ່ງອອກເປັນ 11 ສູນສອບເສັງ, ທົ່ວເມືອງມີໂຮງຮຽນປະຖົມທັງໝົດ 35 ແຫ່ງ, ມີນັກຮຽນເຂົ້າຮ່ວມສອບເສັງທັງໜົດ 618 ນ້ອງ, ຍິງ 300 ນ້ອງ, ວິຊາທີ່ນໍາມາສອບເສັງ ມີຄື: ວິຊາ ພາສາລາວ(ຫັດແຕ່ງ) ວິຊາໂລກອອ້ມຕົວ, ວິຊາ ຄະນີດສາດ ແລະ ວີຊາ ພາສາລາວ(ຂຽນທວາຍ) ຈະໄດ້ດຳເນີນການສອບເສັງເປັນເວລາ 2 ວັນຈຶ່ງຈະສຳເລັດ.

ໂດຍ: ດອນ ຂຽວພະນາ 020 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *