ເມືອງຊຽງຮ່ອນສະຫຼຸບວຽກງານແຜນການ ແລະ ການລົງທຶນປະຈຳປີ2023 ແລະ ທິດທາງແຜນການປີ 2024

ກົດແຊຣ໌

ກອງປະຊຸມສະຫຼຸບວຽກງານແຜນການ ແລະ ການລົງທຶນປະຈຳປີ2023 ແລະ ທິດທາງແຜນການປີ 2024 ໄດ້ຈັດຂື້ນໃນວັນທີ 27 ກຸມພາ 2024ນີ້ ໂດຍການເປັນປະທານຂອງທ່ານ ສົມເພັດ ທຳມະລັດ ຫົວໜ້າຫ້ອງການ ແລະ ການລົງທຶນເມືອງ ເປັນກຽດເຂົ້າຮ່ວມຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ຮອງເຈົ້າເມືອງໆຊຽງຮ່ອນ ມີບັນດາທ່ານຫົວໜ້າຫ້ອງການ, ຮອງຫ້ອງການ ພະນັກງງານວິຊາການສະຖິຕິ-ແຜນການບັນດາຫ້ອງການອ້ອມຂ້າງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມເພັດ ທຳມະລັດ ຫົວໜ້າຫ້ອງການແຜນການ ແລະການລົງທຶນເມືອງ ໄດ້ຜ່ານບົດສະຫຼຸບຕີລາຄາ ວຽກງານແຜນການ ແລະການລົງທຶນ ປະຈຳປີ 2023 ແລະ ທິດທາງແຜນການປີ 2024ໂດຍທ່ານໄດ້ກ່າວວ່າ: ຕະຫຼອດໄລຍະການຈັດຕັ້ງປະຕິບັດວຽກງານແຜນການ ແລະການລົງທຶນປີ 2023 ເຖິງວ່າຈະພົບກັບຄວາມຍຸ້ງຍາກຫຼາຍໆດ້ານ ແຕ່ພາຍໄຕ້ການຊີ້ນຳ-ນຳພາຂອງອົງການປົກຄອງເມືອງທຸກຂັ້ນ ແລະພະນັກງານພານໃນຫ້ອງການ ແຜນການ ແລະ ການລົງທຶນ ຍັງສືບຕໍ່ຮັບປະກັນຄວາມສະຖຽນລະພາບທາງດ້ານການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ໄດ້ຮັບການປັບປຸງປ່ຽນແປງຢ່າງຕັ້ງໜ້າເປັນກ້າວໆ. ໄດ້ປະຕິບັດໂຄງການລົງທຶນຂອງລັດທີ່ສະພາອະນຸມັດ ທັງໝົດ 25 ໂຄງການ ໃນນີ້ໂຄງການອະນຸມັດໃໝ່ 5 ໂຄງການ, ໂຄງການຊໍາລະນີ້ 17 ໂຄງການ ແລະ ໂຄງການສືບຕໍ່ 3 ໂຄງການ ລວມມູນຄ່າທັງໝົດ 46,45 ຕື້ກີບ ໃນນີ້ຊໍາລະຜ່ານມາ 13,97 ຕື້ກີບ, ຊໍາລະປີ 2023 ຈຳນວນ 3,38 ຕື້ກີບ ໄດ້ຮັບທຶນພັດທະນາຂັ້ນແຂວງ 10 ໂຄງການ ມູນຄ່າ31,2 ຕື້ກີບ, ທຶນປົກກະຕິພາຍໃນມີ 6 ໂຄງການ ມູນຄ່າ 41,48 ຕື້ກີບ. ໃນປີ 2023 ໄດ້ກວດກາໂຄງການຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງຈຳນວນ 12 ຄັ້ງ ມີໂຄງການເຊົ່າສຳປະທານ 3 ໂຄງການ ມູນຄ່າການລົງທຶນ 43,55 ຕື້ກີບ, ການລົງທຶນຂອງປະຊາຊົນມີ 3 ໂຄງການ ມູນຄ່າ 2,27 ຕື້ກີບ. ນອກນັ້ນຍັງໄດ້ຮັບການຊ່ວຍເຫຼືອ ເພື່ອພັດທະນາມີທັງໝົດ 6 ໂຄງການ ມູນຄ່າ 69,98 ຕື້ກີບ, ມີໂຄງການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ 12 ໂຄງການ. ວຽກງານສະຖິຕິ ໄດ້ເອົາໃຈໃສ່ລົງເກັບກຳສະຖິຕິຂັ້ນບ້ານ, ຂໍ້ມູນສະຖິຕິກະສິກຳ ແລະ ສະໜອງຂໍ້ມູນສະຖິຕິເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ. ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບວຽກງານແຜນການ ແລະ ການລົງທຶນ ເພື່ອເປັນທິດທາງໃນການຈັດຕັ້ງວຽກງານດັ່ງກ່າວໃຫ້ດີຂື້ນເປັນກ້າວໆ. ໃນໂອກາດທີ່ທ່ານ ແສງອາທິດ ລາວເບຼຍຢາທໍ່ ຮອງເຈົ້າເມືອງ ທີ່ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຕ້ອງໄດ້ສຶກສາອົບຮົມໃຫ້ພະນັກງານເຮັດວຽກແຜນການຕ້ອງໄດ້ມີແນວຄິດໜັກແໜ້ນເຖິງວ່າຈະຢູ່ໃນສະພາບແວດລ້ອມເສດຖະກິດຍຸ້ງຍາກກໍ່ຕາມ, ຂະແໜງການທີ່ຮັບຜິດຊອບຈະຕ້ອງໄດ້ເອົາໃຈໃສ່ປະສານສົມທົບກັນເພື່ອພ້ອມກັນຊຸກຍູ້ແຜນພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວ, ເອົາໃຈໃສ່ການກຳນົດບັນດາໂຄງການເປັນໂຄງການບູລິມະສິດເພື່ອພັດທະນາແລະ ການຂື້ນແຜນຈະຕ້ອງເຮັດໃຫ້ສອດຄ່ອງກັບຕົວຈິງກັບການລົງທຶນ.

ໂດຍ: ຜາຍ ທາດທາຕີ 59798354


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *