ທ່ານເຈົ້າເມືອງຊຽງຮ່ອນເຄື່ອນໄຫວເຮັດວຽກຢູ່ເຂດບ້ານມົກສະຕຸ

ກົດແຊຣ໌

ໃນວັນທີ 30 ພຶດສະພາ 2023ນີ້ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນ ໄດ້ລົງເຄື່ອນໄຫວເຮັດວຽກ ກວດກາບັນຫາສະເໜີຂອງອົງການປົກຄອງບ້ານ ເຂດບ້ານມົກສະຕຸເມືອງຊຽງຮ່ອນ ແຂວງໄຊຍະບູລີ ໃນການລົງເຄື່ອນໄຫວຄັ້ງນີ້ມີທີມງານຫ້ອງການໂຍທາທິການ ແລະຂົນສົ່ງ, ຫ້ອງການແຮງງານ ແລະຫວັດດີການສັງຄົມ, ກໍາລັງປ້ອງກັນຊາດ ແລະສູນບໍລິການໄຟ້າເມືອງຊຽງຮ່ອນ. ໂອກາດທີ່ລົງເຄື່ອນໄຫວຄັ້ງນີ້ໂດຍອີງໃສ່ການສະເໜີຂອງອົງການປົກຄອງບ້ານເຂດບ້ານມົກສະຕຸ ຕໍ່ກອງປະຊຸມອົງການປົກຄອງເມືອງປະຈຳເດືອນເມສາ ແລະທິດທາງແຜນການເດືອນພຶດສະພາ 2023 ທີ່ຈັດຂື້ນໃນລະຫວ່າງຕົ້ນເດືອນພຶດສະພາຜ່ານມາ ໃນການລົງກວດກາຕົວຈິງຄັ້ງນີ້ ທ່ານເຈົ້າເມືອງໄດ້ ກວດກາສະຖານທີ່ກໍ່ສ້າງຂົວຂ້າມນໍ້າຫ້ວຍສະເຄັງຢູ່ບ້ານຫ້ວຍສະເຄັງ, ກວດກາຄອບຄົວທີ່ຍັງບໍ່ທັນໄດ້ຊົມໃຊ້ໄຟ້ຈຳນວນ 12 ຄອບຄົວ ຍ້ອນສາເຫດເສົາໄຟຟ້າບໍ່ຮອດເຮືອນຂອງປະຊາຊົນ ພ້ອມທັງກວດກາສະຖານທີ່ຈັດສັນດິນປຸກສ້າງໃໜ່ຢູ່ບ້ານຫ້ວຍຢວກ, ຢ້ຽມຍາມຖາມຂ່າວອ້າຍນ້ອງທະຫານທີ່ປະຕິບັດໜ້າທີ່ຢູ່ປ້ອມພູວັດທີ່ຂື້ນກັບກອງຮ້ອຍທະຫານຊາຍແດນ 151 ພ້ອມທັງມອບເຂົ້າສານຈຳນວນໜຶ່ງ ແລະ ໂອກາດດຽວກັນນີ້ທ່ານຍັງໄດ້ຊຸກຍູ້ກຳລັງສ້າງພາລາທິການກັບທີ່ໂດຍການປູກຢາງພາລາເປັນຂອງກົມກອງເພື່ອສ້າງລາຍຮັບເຂົ້າສູ່ກົມກອງ. ການລົງເຄື່ອນໄຫວໃນຄັ້ງນີ້ກໍເພື່ອເປັນການກວດກາບັນຫາສະເໜີ ຂອງອົງການປົກຄອງບ້ານຕໍ່ອົງການປົກຄອງເມືອງເພື່ອຈະໄດ້ພ້ອມກັນຊອກຫາວິທີທາງອອກ ແລະ ແກ້ໄຂໃຫ້ທັນການ.

ໂດຍ: ດອນ ຂຽວພະນາ 020 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *