8 ກຸ່ມຜະລິດກະສິກຳຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຮັບກົນຈັກກະສິກຳ

ກົດແຊຣ໌

        ພິທີມອບ-ຮັບ ກົນຈັກກະສິກຳໃຫ້ກັບກຸ່ມຜະລິດກະສິກຳເປັນສິນຄ້າເມືອງຊຽງຮ່ອນ ແຂວງໄຊຍະບູລີ ພິທີໄດ້ຈັດຂື້ນ ໃນວັນທີ 31 ພຶດສະພາ 2023ນີ້ ຢູ່ທີ່ຫ້ອງການກະສິກຳ ແລະປ່າໄມ້ເມືອງ ໂດຍການເປັນປະທານຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ຮອງເຈົ້າເມືອງຜູ້ຊີ້ນຳຂົງເຂດເສດຖະກິດ  ມີຫົວໜ້າຫ້ອງການ ພາກສ່ວນທີ່ກ່ຽວຂອງຂັ້ນເມືອງ ອົງການປົກຄອງບ້ານ ແລະ ກຸ່ມຜະລິດກະສິກຳເປັນສິນຄ້າເຂົ້າຮ່ວມ.

        ເມືອງຊຽງຮ່ອນເປັນເມືອງໜື່ງທີ່ນອນຢູ່ໃນເມືອງເປົ້າໝາຍໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປລາວ ໂດຍມີບ້ານເປົ້າໝາຍຂອງໂຄງການຜະລິດກະສິກໍາເປັນສີນຄ້າ ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄດ້ສ້າງຕັ້ງກຸ່ມສໍາເລັດແລ້ວມີທັງໝົດ 21 ບ້ານ, ມີ 37 ກຸ່ມຜະລິດ ໃນນັ້ນມີພົນລະເມືອງພາຍໃນກຸ່ມຈຳນວນ 1,799 ຄົນ, ຍິງ 684 ຄົນ, ປະກອບມີກຸ່ມຜະລິດແນວພັນເຂົ້າເປັນສິນຄ້າຈໍານວນ 3 ກຸ່ມ, ກຸ່ມຜະລິດເຂົ້າສະອາດເປັນສິນຄ້າຈໍານວນ 31 ກຸ່ມ ແລະ ກຸ່ມຜະລິດພືດຜັກສະອາດເປັນສິນຄ້າຈໍານວນ 3 ກຸ່ມ ,ມີເນື້ອທີ່ໃນການຜະລິດລະດູຝົນ 1,452.19 ຮຕ ແລະ ເນື້ອທີ່ໃນການຜະລິດລະດູແລ້ງ 800 ເຮັກຕາ, ທີ່ນອນຢູ່ໃນ 6 ເຂດຊົນລະປະທານຄື: ຊົນລະປະທານນໍ້າມ່າວ, ຊົນລະປະທານນໍ້າງື່ມ2, ຊົນລະປະທານນໍ້າແໜ່ນ, ຊົນລະປະທານນໍ້າຄ່ອມ1, ຊົນລະປະທານນໍ້າຄ່ອມ2 ແລະ ຊົນລະປະທານຮ່ອງຄໍ້າ. ໃນການມອບ-ຮັບກົນຈັກກະສິກຳຄັ້ງນີ້ເປັນຊຸດທີ 4 ມີຈໍານວນ 8, ມີກຸ່ມ 8 ບ້ານຄື: ບ້ານ ນໍ້າກອກ1 ກຸ່ມ, ບ້ານ ດອນມູນ1 ກຸ່ມ, ບ້ານ ຫົວເມືອງ1 ກຸ່ມ, ບ້ານ ລາວສະໂນ1 ກຸ່ມ, ບ້ານຄໍ້າ 1 ກຸ່ມ, ບ້ານນໍ້າລ້ອມ1ກຸ່ມ, ບ້ານສີນົກໄຊ້ 1 ກຸ່ມ ແລະ ບ້ານຊ້າງ 1 ກຸ່ມ ໄດ້ຮັບລົດໄຖນາໂຄໂບຕ້າ ລຸ່ນ M  9808 ຈຳນວນ 6 ຄັນ, ລົດໄຖນາໂຄບູຕ້າ ລຸ່ນ L 5018 ຈຳນວນ 1 ຄັນ ແລະ ລົດໄຖນາໂຄໂບຕ້າ ລຸ່ນ B 2740 ຈຳນວນ 1 ຄັນ. ປະຈຸບັນທົ່ວເມືອງມີກຸ່ມຜະລິດກະສິກຳເປັນສິນຄ້າເມືອງຊຽງຮ່ອນ ໄດ້ຮັບກົນຈັກແລ້ວຈຳນວນ 32 ກຸ່ມ, ມີ 21 ບ້ານ. ຈຸດປະສົງຂອງໂຄງການ ກໍ່ເພື່ອເຮັດໃຫ້ການຜະລິດກະສິກຳເປັນສິນຄ້າ ມີສິ່ງປ່ຽນແປງໃໝ່ທາງດ້ານຜົນຜະລິດຂອງຊາວກະສິກອນ, ໃຫ້ເຂັ້ມແຂງໃນການຜະລິດ, ເພີ່ມຍອດຂາຍຜົນຜະລິດຂອງຊາວກະສິກອນໃນເຂດເປົ້າໝາຍ ເພື່ອເຮັດໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ ກາຍເປັນທ່າແຮງໃນການຂັບເຄື່ອນແຜນພັດທະນາວຽກງານກະສິກຳຂອງເມືອງໃຫ້ມີຄຸນນະພາບດີຂື້ນ ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປລາວ .

ໂດຍ: ດອນ ຂຽວພະນາ 020 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *