ພະນັກງານງານຫຼັກແຫຼ່ງທົ່ວເມືອງ ຮ່ວມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງເມືອງ

ກົດແຊຣ໌

ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງເມືອງ ໂດຍໄດ້ຈັດຂື້ນໃນຂອງວັນທີ 2 ມິຖຸນາ 2021ນີ້ ທີ່ສະໂມສອນຂອງເມືອງໂດຍການເປັນປະທານຂອງສະຫາຍ ສຳລານ ສຸວັນນະໂຊດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ສະຫາຍ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ ມີບັນດາສະຫາຍ ຄະນະປະຈຳຂວງພັກເມືອງ, ກຳມະການພັກເມືອງ, ທິມງານຂັ້ນແຂວງ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ຫົວໜ້າໜວ່ຍງານສໍານັກງານຫ້ອງການໃນທົ່ວເມືອງເຂົ້າຮ່ວມ.

      ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນໄດ້ເຊື່ອມຊຶມບັນດາເອກະສານສໍາຄັນຕ່າງໆເປັນຕົ້ນແມ່ນ: ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດວ້ຍການແຕ່ງຕັ້ງ ຄະນະຮັບຜິດຊອບ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງໃນທົ່ວແຂວງ, ເຊື່ອມຊຶມມະຕິກົມການເມືອງສູນກາງພັກ ວ່າດວ້ຍການສ້າງແຜນພະນັກງານນໍາພາ-ຄຸ້ມຄອງ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກຽ່ວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດວ້ຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ຜ່ານມາດຖານລວມຂອງຄະນະບໍລິຫານງານພັກເມືອງ, ມາດຖານຜູ້ຈະມາດໍາລົງຕໍາແໜ່ງຄະນະປະຈໍາພັກເມືອງ, ເລຂາ, ຮອງເລຂາ, ເຈົ້າເມືອງ, ຮອງເຈົ້າເມືອງ ແລະ ສະມາຊິກສະພາປະຊາຊົນປະຈໍາເມືອງ  ພ້ອມທັງຄົ້ນຄວ້າລາຍຊື່ເຂົ້າໃນບັດທາບທາມລົງຄະແນນສຽງໃນຮອບ 1, ຮອບ 2 ແລະ ຮອບ 3

ທັງນີ້ກໍ່ເພື່ອເປັນການກໍານົດເປົ້າໝາຍທີ່ຈະບໍາລຸງສ້າງຈັດວາງ ບັນຈຸເຂົ້າໃສ່ຕໍາແໜ່ງງານນໍາພາ-ຄຸ້ມຂອງເມືອງ ທີ່ມີຄຸນທາດການເມືອງໜັກແໜ້ນມີຄຸນສົມບັດສິນທຳປະຕິວັດ ມີຄວາມຮູ້ຄວາມສາມາດ, ມີບົດຮຽນໃນການເຮັດວຽກງານຕົວຈິງ ເພື່ອຊັບຊ້ອນເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງຢູ່ແຕ່ລະຂົງເຂດຢ່າງເໝາະສົມ ຮັບປະກັນໃຫ້ມີລັກສະນະສືບທອດຢ່າງຕໍ່ເນື່ອງ ແລະ ອິກດ້ານໜຶ່ງແນ່ໃສ່ເຮັດໃຫ້ມີ ພະນັກງານສືບທອດປ່ຽນແທນໃນຕໍ່ໜ້າເພື່ອເປັນການເປີດກວ້າງໃຫ້ໄດ້ພະນັກງານສືບທອດ 3 ລຸ້ນ ທີ່ປະກອບດ້ວຍ ເພດ, ເຜົ່າ, ໃນອົງກອນໃດໜຶ່ງ ແລະ ເພື່ອມີແຫຼ່ງເລືອກເຟັ້ນເອົາພະນັກງານນໍາພາ-ຄຸ້ມຄອງ ທີ່ມີຄວາມຮູ້, ຄວາມສາມາດ, ທາງດ້ານວິຊາຕ່າງໆ ເພື່ອເປັນການນຳຄວາມຮູ້ດັ່ງກ່າວມາພັດທະນາບ້ານເມືອງໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້ແມ່ນຈະໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງຈະສໍາເລັດ.

ໂດຍ: ດອນ ຂຽວພະນາ ຖວທ ຊຽງຮ່ອນ 020 5544 3362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *