ການນໍາແຂວງ ຮ່ວມສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ທີ່ເມືອງຊຽງຮ່ອນ

ກົດແຊຣ໌

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດປີ2021ນີ້ ເມືອງຊຽງຮ່ອນ ແຂວງໄຊຍະບູລີໄດ້ຈັດກິດຈະກຳປູກຕົ້ນໄມ້ຂຶ້ນ ໃນວັນທີ 1 ມິຖຸນາ 2021 ນີ້ ຢູ່ເດີ່ນພະເຈົ້າໃຫຍ່ເທິງໜອງຊາງ, ແຄມເສັ້ນທາງເທດສະບານເມືອງ ແລະ ເດີ່ນກິລາຂອງເມືອງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຳລານ ສຸວັນນະໂຊດ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ມີທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງໆຊຽງຮ່ອນ, ມີອຳນາດການປົກຄອງເມືອງ ຫົວໜ້າຫ້ອງການ, ວິຊາການຫ້ອງການກະສິກຳ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ສຳລັບການປູກຕົ້ນໄມ້ຢູ່ເມືອງ ຊຽງຮ່ອນໃນປີນີ້ປະກອບມີ 2 ປະເພດໄມ້ຄື: ໄມ້ປະດັບ ແລະ ໄມ້ໃຫ້ຮົ່ມ ; ໄມ້ໃຫ້ຮົ່ມປູກອ້ອມເດີ່ນພະເຈົ້າໃຫຍ່ເທິງໜອງຊາງແຫຼ່ງທ່ອງທ່ຽວຂອງເມືອງ, ອ້ອມເດີ່ນກິລາເມືອງ ແລະ ໄມ້ປະດັບແມ່ນປູກຕາມແຄມທາງເທດສະບານເມືອງ ລວມໄມ້ທີ່ນຳມາປູກໃນຄັ້ງນີ້ມີຈຳນວນ 1.400 ກວ່າຕົ້ນ.

      ໂອກາດດັ່ງກ່າວ ທ່ານ ເບີ້ຍ ເກດສີທອງ ຮັກສາການຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ຍັງໄດ້ຮຽກຮ້ອງມາຍັງທົ່ວປວງຊົນພາຍໃນເມືອງ, ຂະແໜງການກ່ຽວຂ້ອງ ຕະຫຼອດຮອດປະຊາຊົນເປັນຈົ່ງພ້ອມກັນເປັນເຈົ້າການໃນການປົກປັກຮັກສາ ສະກັດກັ້ນການທໍາລາຍປ່າໄມ້, ການຖາງປ່າເຮັດໄຮ່, ການລັກລອບຕັດໄມ້ຊະຊາຍ ແລະ ພ້ອມທັງປຸກລະດົມຄອບຄົວ, ຜູ້ປະກອບການ, ອົງການຈັດຕັ້ງຂອງລັດ ອອກແຮງຊຸກຍູ້ຂະບວນການປູກຕົ້ນໄມ້ໃຫ້ກວ້າງຂວາງ ເພື່ອຮັກສາຄວາມສົມດູນຂອງປ່າໄມ້ໃຫ້ຍືນຍົງ ຕະຫຼອດໄປຮອດເຊັ່ນລູກເຊັ່ນຫຼານ.

ໂດຍ: ດອນ ຂຽວພະນາ ຖວທ ຊຽງຮ່ອນ 020 5544 3362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *