ປະກາດການຈັດຕັ້ງມອບ-ຮັບໜ້າທີ່ເຈົ້າເມືອງຊຽງຮ່ອນ

ກົດແຊຣ໌

ເມືອງຊຽງຮ່ອນແຂວງໄຊຍະບູລີ ຈັດພິທີປະກາດການຈັດຕັ້ງພະນັກງານ ນຳພາ-ຄຸ້ມຄອງຂັ້ນນຳຂອງເມືອງຂື້ນໃນວັນທີ 13 ເມສາ 2021ນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ມີທ່ານ ບຸນລ້ວນ ຊົມສີຫາປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຊຽງຮ່ອນ, ມີບັນດາການນຳຂັ້ນແຂວງ, ຂັ້ນເມືອງ ພະນັກງານຫຼັກແຫຼ່ງຂອງເມືອງ, ພະນັກງານອາວຸດໂສ ບຳນານ ອົງການປົກຄອງບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ສຳລານ ສຸວັນນະໂຊດ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 551 /ຈຂ ຊຍ ວ່າດ້ວຍການຍົກຍ້າຍພະນັກງານໄປປະຈຳການຢູ່ຂະແໜງການອື່ນ ໃນນນີ້ໄດ້ຍົກຍ້າຍທ່ານ ບຸນລ້ວນ ຊົມສີຫາປັນຍາ ເຈົ້າເມືອງໆຊຽງຮ່ອນໄປຮັບໜ້າທີ່ໃໝ່ຢູ່ສະພາປະຊາຊົນແຂວງໄຊຍະບູລີ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 555 /ຈຂ.ຊຍ ວ່າດ້ວຍການແຕ່ງຕັ້ງວ່າການເຈົ້າເມືອງຊຽງຮ່ອນຜູ້ໃໝ່ໃນນີ້ໄດ້ຕົກລົງແຕ່ງຕັ້ງທ່ານ ກົງທອງສິດທິໄຊ ຮອງເຈົ້າເມືອງ ເປັນວ່າການເຈົ້າເມືອງຜູ້ໃໝ່ ແລະ ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງສະບັບເລກທີ 131 /ຄພຂ ວ່າດ້ວຍການບົ່ງຕົວແຕ່ງຕັ້ງວ່າການເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນຜູ້ໃໝ່ ໃນນີ້ແຕ່ງຕັ້ງສະຫາຍ ກົງທອງສິດທິໄຊ ຄະນະປະຈຳພັກເມືອງ ເປັນວ່າການເລຂາຄະນະນບໍລິຫານງານພັກເມືອງຊຽງຮ່ອນ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 548 ວ່າດ້ວຍການແຕ່ງຕັ້ງທ່ານ ແສງອາທິດ ລາວເບຼຢາທໍ່ ເປັນຮອງເຈົ້າເມືອງໆຊຽງຮ່ອນ ຈາກນັ້ນ ທ່ານ ບຸນລ້ວນ ຊົມສີຫາປັນຍາ ເຈົ້າເມືອງຜູ້ເກົ່າ ໄດ້ຂື້ນລາຍງານສະພາບການຈັດຕັ້ງປະຕິບັດໃນໃລຍະຜ່ານມາ ພ້ອມທັງເຊັນບົດບັນທຶກມອບຮັບໜ້າທີ່ຮ່ວມກັນຢ່າງເປັນທາງການ.

ໂອກາດດຽວກັນ ທ່ານ ເຈົ້າແຂວງ ໄຊຍະບູລີ ຍັງໄດ້ໂອລົມ ຕໍ່ພະນັກງານຫຼັກແຫຼ່ງຂອງເມືອງ ໃນການປະກາດການຈັດຕັ້ງຄຸ້ມຄອງ-ນຳພາຂັ້ນເມືອງໃນຄັ້ງນີ້ ແມ່ນວຽກງານປົກກະຕິຂອງກົງຈັກການຈັດຕັ້ງ ແລະ ກໍ່ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ແລະ ຍາວນານ. ພ້ອມທັງຮຽກຮ້ອງໃຫ້ພະນັກງານທີ່ຖືກຍົກຍ້າຍ ແລະ ບົ່ງຕົວແຕ່ງຄັ້ງນີ້ຈົ່ງມີແນວຄິດອຸ່ນອຽນທຸ່ນທ່ຽງ, ເພີ່ມທະວີສືກສາອົບຮົມການເມືອງ-ແນວຄິດ, ສືບຕໍ່ຊີ້ນໍາໆພາວຽກງານຮອບດ້ານ ທີ່ໄດ້ຮັບການມອບໝາຍໃຫ້ຢ່າງມີຄວາມຮັບຜິດຊອບ ແລະ ມີຜົນສໍາເລັດ, ສືບຕໍ່ປັບປຸງແບບແຜນການການນໍາພາ-ການເຮັດວຽກ, ພ້ອມກັນສ້າງສາພັດທະນາເມືອງຊຽງຮ່ອນໃຫ້ກ້າວໄປສູ່ຄວາມຮຸ່ງເຮືອງສີວິໄລເທື່ອລະກ້າວ. ໂດຍ: ດອນ ຂຽວພະນາ ຖວທ ເມືອງຊຽງຮ່ອນ 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *