ດ່ວນ! ເມືອງຊຽງຮ່ອນ ຍົກລະດັບມາດຕະການລ໋ອກດາວ ຫ້າມການເຂົ້າ-ອອກລະຫວ່າງບ້ານຕໍ່ບ້ານ

ກົດແຊຣ໌

ໃນວັນທີ 28 ເມສາ 2021 ເຈົ້າເມືອງຊຽງຮ່ອນ ໄດ້ອອກຄຳສັ່ງ ສະບັບເລກທີ 256/ຈມ.ຊຮ ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບຂອງທຸກພາກສ່ວນ ເພື່ອສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໂດຍມີເນື້ອໃນຄຳສັ່ງ ດັ່ງນີ້:

1. ໃຫ້ເອົາໃຈໃສ່ສືບຕໍ່ປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021; ຄໍາສັ່ງຂອງທ່ານເຈົ້າແຂວງ ສະບັບເລກທີ 083/ຈຂ.ຊຍ, ລົງວັນທີ 22 ເມສາ 2021; ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 406/ຫສນຍ, ລົງວັນທີ 26 ເມສາ 2021, ແຈ້ງການຂອງຄະນະສະເພາະກິດຂັ້ນເມືອງ ສະບັບເລກທີ 243/ຈມ.ຊຮ, ລົງວັນທີ 22 ເມສາ 2021 ຢ່າງເຂັ້ມງວດ.

2. ໃຫ້ຍົກລະດັບມາດຕະການໂຈະການເຂົ້າ-ອອກເມືອງຂຶ້ນ ໂດຍໃຫ້ປະຕິບັດມາດຕະການ LOCK DOWN ບໍ່ອະນຸຍາດໃຫ້ມີການເດີນທາງເຂົ້າ-ອອກພາຍໃນເມືອງ ແລະ ລະຫວ່າງບ້ານຕໍ່ບ້ານ, ຫ້າມປະຊາ ຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ນັກບວດ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ພາຍໃນເມືອງຊຽງຮ່ອນ ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈໍາເປັນເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປຮັບວັກຊິນ ແລະ ໄປປະຕິບັດໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງ; ສ່ວນຜູ້ທີ່ຈໍາເປັນຕ້ອງໄປທໍາການຜະ ລິດກະສິກໍາ ເພື່ອເປັນສະບຽງອາຫານກໍ່ສາມາດໄປໄດ້ ແຕ່ມອບໃຫ້ອົງການປົກຄອງບ້ານເປັນຜູ້ກວດກາ,ຄຸ້ມຄອງ ແລະ  ຕັ້ງດ່ານກວດກາຄົນເຂົ້າ-ອອກພາຍໃນບ້ານຂອງຕົນ ຢ່າງເຂັ້ມງວດ.

3 ເພື່ອຮັກສາໄລຍະຫ່າງທາງສັງຄົມ ໃຫ້ບັນດາຫ້ອງການ, ອົງການ, ກົມກອງ, ລັດວິສາຫະກິດ ຢູ່ພາຍໃນເມືຶອງ ຫຼຸດຈໍານວນ ແລະ ຜັດປ່ຽນພະນັກງານ, ກໍາມະກອນຂອງຕົນ ມາປະຈໍາການໃນແຕ່ລະວັນຕາມຄວາມເໝາະສົມ; ຍົກເວັ້ນທະຫານ, ຕໍາຫຼວດ, ເຈົ້າໜ້າທີ່ດັບເພີງ, ພະນັກງານຮັບຜິດຊອບການບໍລິ ການໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມ, ການສື່ສານ, ສາທາລະນະສຸກ; ສ່ວນຜູ້ທີ່ບໍ່ໄດ້ຮັບມອບໝາຍໃຫ້ປະຈໍາການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນເປັນປົກກະຕິຢູ່ທີ່ພັກອາໄສ ໂດຍຜ່ານລະບົບສື່ສານອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ.

4. ມອບໃຫ້ຄະນະສະເພາະກິດຂັ້ນເມືອງ ສົມທົບກັບຫ້ອງການແຜນການ ແລະ ການລົງທຶນເມືອງ, ຫ້ອງ ການ-ການເງິນ, ຫ້ອງການອຸດສາຫະກໍາ ແລະ ການຄ້າ, ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງ ປະເມີນຜົນກະທົບຕໍ່ພາກທຸລະກິດ ແລະ ສະເໜີນະໂຍບາຍ, ມາດຕະການ ແລະ ວິທີການແກ້ໄຂ ໃຫ້ການ ນໍາຂອງເມືອງ ແລະ ແຂວງພິຈາລະນາ.

5. ໃຫ້ກອງບັນຊາການທະຫານເມືອງ, ກອງບັນຊາການ ປກສ ເມືອງ, ກອງຮ້ອຍຊາຍແດນ 151 ສືບ ຕໍ່ເພີ່ມທະວີການກວດກາລາດຕະເວນ ຢູ່ຕາມລຽບຊາຍແດນ, ສະຖານບັນເທິງ, ຮ້ານຄາຣາໂອເກະ, ສະ ຖານທີ່ການບໍລິການທ່ອງທ່ຽວຕ່າງໆ ແລະ ສະຖານທີ່-ການມົ້ວສຸມພະນັນທຸກຮູບແບບ ຖ້າກວດກາພົບເຫັນກໍລະນີຕ່າງໆ ກໍໃຫ້ດໍາເນີນມາດຕະການຢ່າງເຫມາະສົມ; ພ້ອມກັນນັ້ນ, ໃຫ້ຕິດຕາມກວດກາພໍ່ແມ່ປະ ຊາຊົນເວລາອອກເຮືອນໃຫ້ໃສ່ຜ້າອັດປາກ-ດັງ ຖ້າພົບເຫັນບຸກຄົນໃດບໍ່ປະຕິບັດ ໃຫ້ເອົາມາກ່າວເຕືອນ ແລະ ສຶກສາອົບຮົມ.

– ຫາກພົບເຫັນກໍລະນີລັກລອບເຂົ້າເມືອງ, ແມ່ນໃຫ້ກັກຕົວ ແລະ ປະສານຫາຂະແໜງການສາທາ ລະນະສຸກ ເພື່ອກວດຫາເຊື້ອພະຍາດ Covid-19 ແລະ ກັກຕົວໃຫ້ຄົບ 14 ວັນ, ຈາກນັ້ນ ໃຫ້ດຳເນີນມາດຕະການຕາມກົດໝາຍ ແລະ ລະບຽບການກຳນົດ.

6. ມອບໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າລະຫວ່າງປະເທດ, ລະຫວ່າງເມືອງຕ່ໍແຂວງ, ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານ ບົນພື້ນ ຖານບົດຮຽນທີ່ເຄີຍປະຕິບັດມາໃນປີ 2020 ຜ່ານມາ ເພື່ອສະຫນອງສິນຄ້າ ແລະ ສະບຽງອາຫານໃຫ້ສັງ ຄົມພຽງພໍ; ທັງນີ້ໃຫ້ເອົາໃຈໃສ່ເຂັ້ມງວດບໍ່ໃຫ້ມີການກັກຕຸນສິນຄ້າ, ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ເປັນຕົ້ນ: ຜ້າອັດປາກ-ດັງ, ຢາປົວພະຍາດ, ນໍ້າຢາລ້າງມື, ອຸປະກອນການແພດ, ເຂົ້າ, ອາ ຫານ, ນໍ້າດື່ມ ແລະ ອື່ນໆ ທີ່ຈໍາເປັນຕໍ່ການດຳລົງຊີວິດປະຈໍາວັນ.

7. ມອບໃຫ້ຫ້ອງການສາທາລະນະສຸກເມືອງ ແຈ້ງປິດການບໍລິການຫ້ອງກວດສຸຂະພາບຂອງເອກະຊົນ (ຄລີນິກ), ຫາກມີການເຈັບເປັນ ໃຫ້ເຂົ້າຮັກສາຢູ່ໂຮງໝໍໂດຍກົງ ແລະ ເຫັນດີໃຫ້ຮັບເອົາການສະເໜີປະ ກອບສ່ວນທຶນໃນການຈັດຊື້ວັກຊີນກັນພະຍາດ COVID-19 ຂອງພາກທຸລະກິດ ກໍ່ຄືພາກສ່ວນຕ່າງໆ ເພື່ອມາສັກໃຫ້ພະນັກງານບໍລິສັດຂອງຕົນ ແລະ ພາກສ່ວນອື່ນ ໂດຍຜ່ານບົດບາດຂອງຄະນະສະເພາະກິດຂັ້ນເມືອງ, ຄະນະສະເພາະກິດຂັ້ນແຂວງ ແລະ ກະຊວງສາທາລະນະສຸກ ຕາມຂັ້ນຕອນ.

–   ເອົາໃຈໃສ່ສືບຕໍ່ສອບຖາມຫາປະຫວັດການເຄື່ອນໄຫວຂອງກຸ່ມຕົວຢ່າງ ທີ່ມາຈາກເຂດທີ່ມີຄວາມສ່ຽງ ຕິດພັນກັບການຕິດຕາມເອົາຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ມາກວດຫາເຊື້ອ ແລະ ລະດົມໃຫ້ແຈ້ງຂໍ້ມູນສະພາບການເຄື່ອນໄຫວໃນໄລຍະທີ່ມີການພົວພັນກັບຜູ້ຕິດເຊື້ອທີ່ຕົນໄດ້ໃກ້ຊິດ ເພື່ອເປັນຂໍ້ມູນຮັບໃຊ້ການປະຕິບັດໜ້າທີ່ຂອງທີມງານວິຊາການກ່ຽວຂ້ອງ;

–   ໃຫ້ກະກຽມຈໍານວນບຸກຄະລາກອນທາງການແພດ ລວມທັງພະນັກງານປະຈໍາການ, ອາສາສະຫມັກ, ພະນັກງານອາວຸໂສບໍານານ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ແລະ ອຸປະກອນການແພດ-ຢາປິ່ນປົວໃຫ້ພຽງພໍ, ທັງໃຫ້ປະຕິບັດນະໂຍບາຍຕ່າງໆ ຕາມບໍລິມາດວຽກທີ່ແຕ່ລະພາກສ່ວນ ແລະ ບຸກຄົນຮັບຜິດຊອບຢ່າງສົມເຫດສົມຜົນ.

– ໃຫ້ຫ້ອງການສາທາລະນະສຸກເມືອງ, ໂຮງໝໍຊຸມຊົນເມືອງ ສົມທົບກັບໂຮງໝໍຊຸມຊົນເມືອງຫົງສາ ແລະ ໂຮງໝໍແຂວງ ໃນການກະກຽມຮອງຮັບການປິ່ນພະຍາດ COVID-19 ຫາກເກີດມີການພົບຜູ້ຕິດ ເຊື້ອຢູ່ພາຍໃນເມືອງ.

8. ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ພັກການຮຽນ-ການສອນ ແຕ່ຂັ້ນອານຸບານ ຈົນຮອດໂຮງຮຽນສາຍສາມັນໃນທົ່ວເມືອງ.

  .

9. ມອບໃຫ້ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຈ້ງປິດການບໍລິການເຮືອນພັກ, ຮ້ານບັນເທິງ, ຮ້ານຄາລາໂອເກະ, ຮ້ານອາຫານທີ່ຕິດພັນກັບຮ້ານບັນເທິງ; ຫ້າມຈັດກິດຈະກໍາ, ປະຊຸມ ຫຼື ໂຮມຊຸມນຸມຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ; ຍົກເວັ້ນກໍລະນີທີ່ຈຳເປັນ ເປັນຕົ້ນແມ່ນ: ງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນຕາມການແນະນຳຂອງຄະນະສະເພາະກິດວາງອອກ ເຊັ່ນ: ມີການກວດອຸນຫະພູມ, ແຕ່ລະຄົນຢູ່ຫ່າງກັນ ຢ່າງໜ້ອຍ 2 ແມັດ, ໃສ່ຜ້າປິດປາກ-ດັງ, ລ້າງມືໃສ່ສະບູ ຫຼື ນ້ຳຢາຂ້າເຊື້ອ ຢ່າງເຂັ້ມງວດ; ພ້ອມກັນນັ້ນໃຫ້ເອົາໃຈໃສ່ເຂັ້ມງວດຫ້າມບໍ່ໃຫ້ບຸກຄົນໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນຮູບແບບໃດໜຶ່ງຜ່ານສື່ຕ່າງໆ ຊຶ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ, ຖ້າມີການລະເມີດໃຫ້ດຳເນີນມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ

10. ມອບໃຫ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ເພີ່ມທະວີເອົາໃຈໃສ່ເກັບກໍາຂໍ້ມູນ ແລະ ຕິດຕາມແຮງງານລາວທີ່ຕົກຄ້າງຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ພາຍໃນເມືອງ ໃຫ້ມີການຄຸ້ມຄອງຢ່າງຮັດກຸມ.

11. ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າຫາກມີບາງສິ່ງບາງຢ່າງທີ່ຍັງຫຍຸ້ງຍາກ  ແລະ ແມ່ນຄວາມຈໍາເປັນນັ້ນ ມອບໃຫ້ຄະນະສະເພາະກິດຂັ້ນຂັ້ນເມືືືອງ, ຂະແໜງການທີ່ກ່ຽວຂ້ອງຂອງເມືອງ ເປັນຜູ້ອອກນິຕິກໍາແນະນໍາລະອຽດຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ.

  12. ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 28 ເມສາ ຈົນຮອດວັນທີ 15 ພຶດສະພາ 2021; ໃນກໍລະນີ ມີການປ່ຽນແປງ ຈະແຈ້ງໃຫ້ຊາບຕື່ມ ເປັນແຕ່ລະໄລຍະ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *