ເມືອງຊຽງຮ່ອນ ປະຊຸມຮ່ວມຄະນະກຳມະການປະເມີນຜົນວຽກງານ3ສ້າງຂັ້ນເມືອງຜ່ານລະບົບທາງໄກ

ກົດແຊຣ໌

ວັນທີ 10 ສິງຫາ 2023ນີ້ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງຊຽງຮ່ອນ ແຂວງ ໄຊຍະບູລີ. ໄດ້ຈັດກອງປະຊຸມຮ່ວມຄະນະກຳມະການປະເມີນຜົນວຽກງານ3ສ້າງ ຂັ້ນເມືອງຜ່ານລະບົບທາງໄກ ໂດຍການເຂົ້າຮ່ວມຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນ  ພ້ອມດ້ວຍຄະນະກຳມະການປະເມີນຜົນວຽກງານ3ສ້າງຂັ້ນເມືອງເຂົ້າຮ່ວມ. ກອງປະຊຸມດັ່ງກ່າວໄດ້ທີ່ຈັດຂື້ນຢູ່ທີຫ້ອງປະຊຸມຂອງເມືອງໄຊຍະບູລີ. ພາຍໃຕ້ການເປັນປະທານຮ່ວມ ທ່ານ ບຸນຈັນ ນິຍະວົງ ຫົວໜ້າກົມປົກຄອງ ກະຊວງພາຍໃນ, ທ່ານ ສິລິວັດທະນາ ສົມພັນ ຫົວໜ້າພະແນກພາຍໃນແຂວງ, ທ່ານ ເສນ ພັນລັກ ຮອງເລຂາພັກເມືອງ ໄຊຍະບູລີ ມີຄະນະກຳມະການປະເມີນຜົນວຽກງານ3ສ້າງຂັ້ນເມືອງ 11 ເມືອງ ທົ່ວແຂວງໄຊຍະບູລີເຂົ້າຮ່ວມ.

ໃນວາລະດຳເນີນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ຖອດຖອນບົດຮຽນ, ດ້ານດີ, ດ້ານອ່ອນ, ຂໍ້ຍຸ້ງຍາກ ແລະ ບັນຫາສະເໜີ ກ່ຽວກັບການຈັດຕັ້ງປະຕິບັດ ບັນດານິຕິກຳທີ່ຮັບໃຊ້ວຽກງານ 3 ສ້າງ ເປັນຕົ້ນແມ່ນ: ຄຳສັ່ງ ເລກທີ 34/ນຍ ວ່າດ້ວຍທິດທາງ ເປົ້າໝາຍແລະ ມາດຕະການການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ຄຳແນະນຳ ເລກທີ 02/ພນ ແລະ ຄຳແນະນຳເລກທີ 05/ພນ. ແລະ ປະເມີນຜົນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ. ຈາກນັ້ນ ບັນດາຄະນະກຳມະການ ແລະເມືອງຕ່າງໆ ກໍໄດ້ຮ່ວມກັນ ສົນທະນາ ແລກ ປ່ຽນບົດຮຽນ  ກ່ຽວກັບການຈັດຕັ້ງປະຕິບັດການປະເມີນສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜ້ວຍພັດທະນາ ຕິດພັນກັບຫ້ອງການ, ອົງການ, ກົມກອງ ອ້ອມຂ້າງເມືອງ ກ່ຽວກັບບັນດານິຕິກຳຮັບໃຊ້ວຽກງານ 3 ສ້າງ. ຈຸດປະສົງການຈັດກອງປະຊຸມໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດ ວຽກງານ 3 ສ້າງ ຢູ່ແຂວງໄຊຍະບູລີ ກໍ່ຄືເມືອງຊຽງຮ່ອນ ແລະເມືອງອື່ນໆພາຍໃນແຂວງ ໄດ້ສືບຕໍ່ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແລະໄປຕາມແຜນການທີ່ໄດ້ກຳນົດໄວ້.

ໂດຍ: ດອນ ຂຽວພະນາ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *