ປິດຊຸດຝຶກອົບຮົມການສ້າງຄວາມເຂັ້ນແຂງໃຫ້ແກ່ ເລຂາ ແລະ ຄະນະໜ່ວຍພັກບ້ານ ເມືອງຊຽງຮ່ອນ ແລະ ເມືອງຄອບ

ກົດແຊຣ໌

ໃນວັນທີ 10 ເມສາ 2022 ນີ້  ຢູ່ທີສະໂມສອນເມືອງຊຽງຮ່ອນ ໄດ້ຈັດພິທີປິດຊຸດຝຶກອົບຮົມ ເລຂາໜ່ວຍພັກ ບ້ານ  ເມືອງຊຽງຮ່ອນ ແລະ ເມືອງຄອບ ໄດ້ປິດລົງຢ່າງເປັນທາງການໂດຍ ສະຫາຍ  ສຳລານ ສຸວັນນະໂຊດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ,  ມີ ສະຫາຍ ອິນຕາ ນິ້ມນວນ ຮອງເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ, ມີແຂກຖືກເຊີນ, ມີຄູຝຶກມາຈາກຂັ້ນແຂວງ, ຂັ້ນເມືອງ ແລະ ນັກສໍາມະນາກອນ ຈາກ 2 ເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ການຝຶກອົບຮົມແມ່ນໄດ້ເລີ່ມແຕ່ວັນທີ 7  ເມສາ 2022 ເປັນຕົ້ນມາ ມີນັກສໍາມະກອນເຂົ້າຮ່ວມຮວ່ມທັງໝົດ 88ສະຫາຍ, ຍິງ 7 ສະຫາຍ, ໃນຊຸດຝຶກອົບຮົມຄັ້ງນີ້ສຳມະນາກອນໄດ້ຮຽນຮູ້ ແລະ ເຊື່ອມຊືມເອກະສານ: ຄຳສັ່ງແນະນໍາສະບັບເລກທີ 01/ກມສພ, ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ, ຄຳແນະນໍາຂອງຄະນະປະຈຳພັກແຂວງ ສະບັບເລກທີ 04/ຄພຂ ກ່ຽວກັບການຈັດຕັ້ງປະຕິບັດຄຳແນະນໍາຂອງຄະນະຈັດຕັ້ງສູນກາງພັັກ ວ່າດ້ວຍການເພີ້ມທະວີການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ, ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 064/ກມສພ, ວ່າດ້ວຍການຂະຫຍາຍພັກ, ຄຳແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 102/ຄຈສພ, ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ຂໍ້ກຳນົດ ສະບັບເລກທີ 01/ຄລສພ, ວ່າດ້ວຍພາລະບົດບາດ, ໜ້າທີ່, ສິດຂອງໜ່ວຍພັກບ້ານຢູ່ທົ່ງພຽງ, ພູດອຍຊົນນະບົດ, ຂໍ້ກໍານົດ ສະບັບເລກທີ 02/ຄລສພ ວ່າດ້ວຍການປ້ອງກັນພັກ-ພະນັກງານ ໃນໄລຍະໃໝ່, ອົບຮົມການຂຽນສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ ແລະ ທິດທາງແຜນການປີຂອງໜ່ວຍພັກບ້ານ ແລະ ຮ່າງເອກະສານກ່ຽວກັບວຽກງານຂະຫຍາຍພັກ ພ້ອມກັນນັ້ນສຳມະນາກອນຍັງໄດ້ ຄົ້ນຄວ້າເປັນກຸ່ມ ແລະ ລົງປະຕິບັດຕົວຈິງຢູ່ໜ່ວຍພັກບ້ານ.   ຈຸດປະສົ່ງຂອງການຝຶກອົບຮົມໃນຄັ້ງນີ້: ກໍ່ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ ຄວາມເຂົ້າໃຈ  ຕາມແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ, ມີແນວຄິດທັດສະນະຫຼັກໜັ້ນ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ, ຮັບຮູ້ຂໍ້ມູນຂ່າວສານອັນໃໝ່, ໃນການຈັດຕັ້ງປະຕິບັດກົດລະບຽບພັກ, ວຽກງານຂະຫຍາຍພັກ ຢູ່ຮາກຖານບ້ານຕ່າງໆ, ເພື່ອເປັນການສ້າງຄວາມເຂັ້ມແຂງໃນການຊີ້ນຳນຳພາ, ປະຕິບັດໜ້າທີ່ຕາມພາລະບົດບາດ, ຮູ້ວິທີວາງແຜນການນໍາພາ ແລະ ສ້າງໜ່ວຍພັກກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ.

          ໃນໂອກາທີ່ໄດ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ສະຫາຍ ສຳລານ ສຸວັນນະໂສດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ເປັນກຽດມອບໃບຢັ້ງ ການຝຶກອົບຮົມ ເລຂາໜ່ວຍພັກຮາກຖານບ້ານ, ແລະ ພ້ອມທັງ ໃຫ້ກຽດໂອ້ລົມ, ກ່ອນອື່ນທ່ານໄດ້ສະແດງຍ້ອງຍໍຊົມເຊີຍທີ່ທາງຄະນະຮັບຜິດຊອບ ແລະ ສຳມະນາກອນຊຸມສະຕິດປັນຍາເຂົ້ນໃນການອົບຮົມຈົນສຳເລັດ ແລະ ທ່ານ ເນັ້ນໜັກຕໍ່ກັບ ສໍາມະກອນທີ່ໄດ້ຮຽນຮູ້ມາ ນຳໄປຈັດຕັ້ງປະຕິບັດຢູ່ຮາກຖານບ້ານຂອງຕົນ ເພື່ອເຮັດໃຫ້ໜ່ວຍພັກຂອງຕົນກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນໃນໄລຍະໃໝ່ ແລະ ຍາວນານ.

ໂດຍ: ດອນ ຂຽວພະນາ 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *