ພິທີເຊົ່າສໍາປະທານເນື້ອທີ່ດິນຂອງລັດເພື່ອສ້າງຕັ້ງສາງເກັບຊື້ຢາງພາລາຢູ່ບ້ານປ່າຫວ້ານ ເມືອງຊຽງຮ່ອນ ແຂວງໄຊຍະບູລີ

ກົດແຊຣ໌

         ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2023 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງການແຜນການແລະການລົງທຶນເມືອງຊຽງຮ່ອນ ໄດ້ຈັດພິທີເຊັນສັນຍາເຊົ່າສໍາປະທານເນື້ອທີ່ດິນຂອງລັດເພື່ອສ້າງຕັ້ງສາງເກັບຊື້ຢາງພາລາ ລະຫວ່າງ ອົງການປົກຄອງເມືອງຊຽງຮ່ອນ ຕາງໜ້າໂດຍ ຫ້ອງການແຜນການແລະການລົງທຶນ ເຊິ່ງເອີ້ນວ່າຝ່າຍ ກ ກັບບໍລິສັດລາວ-ຈຸນທົງຢາງພາລາຈໍາກັດຜູ້ດຽວ ເຊິ່ງເອີ້ນວ່າຝ່າຍ ຂ ໂດຍພາຍໃຕ້ການເປັນປະທານຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ຮອງເຈົ້າເມືອງຊຽງຮ່ອນ ມີບັນດາຂະແໜງການທີ່ກ່ຽວຂ້ອງ ນາຍບ້ານປ່າຫວ້ານແລະຕາງໜ້າບໍລິສັດລາວ-ຈຸນທົງ ຢາງພາລາເຂົ້າຮ່ວມ.

        ເພື່ອຮັບປະກັນຜົນປະໂຫຍດໃຫ້ແກ່ 3 ຝ່າຍຄື:ປະຊາຊົນ,ພາກລັດ,ແລະຜູ້ລົງທຶນຈຶ່ງໄດ້ຈັດພິທີເຊັນສັນດັ່ງກ່າວຂຶ້ນ  ບໍລິສັດລາວ-ຈຸນທົງຢາງພາລາຈໍາກັດຜູ້ດຽວ ມີຄວາມປະສົງສ້າງຕັ້ງສາງເກັບຊື້ຢາງພາລາຢູ່ເຂດບ້ານ ປ່າຫວ້ານ ໃນເນື້ອທີ່ສໍາປະທານ 0,5 ເຮັກຕ້າ ຮູບແບບການລົງທຶນແມ່ນເອກະຊົນຕ່າງປະເທດ100% ມູນຄ່າການລົງທຶນທັງໝົດ  18.990.500.000 ກີບ ການຊໍາລະມູນຄ່າສໍາປະທານແມ່ນ 150 ໂດລາ ຕໍ່ປີ ກໍານົດເວລາຂອງສັນຍາ 10ປີ ແຕ່ປີ2023 ຫາປີ 2033 ພາຍຫຼັງສິ້ນສຸດສັນຍາຫຼືຢຸດເຊົາກິດຈະການ ບໍລິສັດ ຕ້ອງມອບດິນແລະສິ່ງປຸກສ້າງຕ່າງໆ ຄືນໃຫ້ກັບລັດ ໃນໄລຍະທີ່ພວມການດໍາເນີນກິດຈະການບໍລິສັດຕ້ອງປະກອບສ່ວນພັນທະໃຫ້ບ້ານ 100 ໂດລາ ຕໍ່ປີ ແລະປະກອບສ່ວນຊ່ອຍເມືອງຕາມຄວາມເໝາະສົມ ຈາກນັ້ນຜູ້ເຂົ້າຮ່ວມກໍຍັງໄດ້ປະກອບຄໍາຄິດເຫັນກ່ຽວກັນການຮັກສາສິ່ງແວດລ້ອມ,ການມອບພັນທະອາກອນ,ການຂຶ້ນລົງຂອງລາຄາຢາງແລະບັນຫາອຶ່ນໆ. ຕອນທ້າຍພິທີທັງສອງຝ່າຍກໍຍັງໄດ້ເຊັນສັນຍາໂດຍຊ່ອງໜ້າທ່ານ ແສງອາທິດ ລາວເບຼຍຢາທໍ່ ຮອງເຈົ້າເມືອງຊຽງຮ່ອນ ແລະຂະແໜງການກ່ຽວຂ້ອງທີ່ເຂົ້າຮ່ວມເປັນສັກຂີພິຍານ.

ໂດຍ: ຜາຍ ທາດທາຕີ 59798354


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *