ໂຄງການກໍ່ສ້າງຄອງເໝືອງນໍ້າຄ່ອມ2 ບ້ານດອາຕັນ ມາຮອດປະຈຸບັນແມ່ນສໍາເລັດແລ້ວ 100%

ກົດແຊຣ໌

ໃນວັນທີ 5 ເມສາ 2024ນີ້ ຄະນະກຳມະການການກໍ່ສ້າງຂັ້ນແຂວງ ແລະ ຄະນະກໍາມະການຂັ້ນເມືອງ ນຳພາໂດຍທ່ານ ບຸນເພັງ ແສງສະຫວັດ ຜູ້ປະສານງານໂຄງການຜະລິດເປັນສິນຄ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ມີທ່ານ ເບີ້ຍ ເກດສີທອງ ຮອງຫົວໜ້າກ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ພ້ອມດ້ວຍຄະນະກຳມະການ ໂຄງການກໍ່ສ້າງຄອງເໝືອງນໍ້າຄ່ອມ 2 ບ້ານດອນຕັນ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ມາຮອດປະຈຸບັນສຳເລັດແລ້ວ 100% ທ່ານ ຄໍາປຸ່ນ ທອງສະໄໝ ຫົວໜ້າໜ່ວຍງານ ຊົນລະປະທານ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊຽງຮ່ອນ ຜູ້ຮັບຜິດຊອບການກໍ່ສ້າງໄດ້ໃຫ້ຮູ້ວ່າ: ການກໍ່ສ້າງຄອງເໝືອງຊົນລະປະທານນໍ້າຄ່ອມ2 ບ້ານດອນຕັນ ມາຮອດປະຈຸບັນແມ່ນສໍາເລັດແລ້ວ 100 % ໂດຍໄດ້ຮັບແຫຼ່ງທຶນຈາກໂຄງການຜະລິດກະສິກຳເປັນສິນຄ້າແຂວງໄຊຍະບູລີ ເປັນໂຄງການສ້ອມແປງຕໍ່ເຕີມເນື່ອງຈາກວ່າ ການສະໜອງນໍ້າໄລຍະຜ່ານມາບໍ່ພຽງພໍເຮັດໃຫ້ການຜະລິດ ພົບກັບຄວາມຍຸ້ງຍາກ ການກໍ່ສ້າງດັ່ງກ່າວໄດ້ເລີ່ມລົງມື ກໍ່ສ້າງໃນວັນທີ 15 ມັງກອນ 2024 ຊົນລະປະທານດັ່ງກ່າວໄດ້ສະໜອງນໍ້າໃນເນື້ອທີ່ທຳການຜະລິດທັງໝົດ 120 ຮຕ, ລະດູແລ້ງ 80 ຮຕ, ຄອບຄົວໄດ້ຮັບຜົນປະໂຫຍດຈຳນວນ 181 ຄຄ, ກວມເອົາ 3 ບ້ານ: ດອນຕັນ, ທາດ. ກູກ, ຄວາມຍາວຂອງຄອງເໝືອງ 700 ແມັດ,ລວງສູງ 1,10 ແມັດ ກ້ວາງ 1 ແມັດ ລວມມູນຄ່າການກໍ່ສ້າງທັງໝົດ 63.764 ໂດລາ ເທົ່າກັບ 1.200 ລ້ານກວ່າກີບ. ຮັບເໝົາກໍ່ສ້າງໂດຍ ບໍລິສັດ SP Group ຈໍາກັດ ໄລຍະການກໍ່ສ້າງ 90 ວັນ ມາຮອດປະຈຸບັນສຳເລັດແລ້ວ 100% ຄາດວ່າການສະໜອງນໍ້າໃນລະດູຝົນນີ້ຈະພຽງພໍຕໍ່ເນື້ອທີ່ການຜະລິດຂອງປະຊາຊົນດີຂຶ້ນກ່ວາເກົ່າ.
ໂດຍ: ດອນ ຂຽວພະນາ ຖວທ ເມືອງຊຽງຮ່ອນ 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *