ເມືອງຊຽງຮ່ອນຈັດພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມຕອນປາຍຊັ້ນ ມໍ 7

ກົດແຊຣ໌

       ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ7  ຢູ່ພາຍໃນເມືອງ ພິທີໄດ້ຈັດຂື້ນໃນວັນທີ 28 ກໍລະກົດ 2021ນີ້ ໂດຍການເປັນກຽດເຂົ້າຮ່ວມເປີດຫົວບົດຂອງ ທ່ານ ກົງທອງສິດທິໄຊ ວ່າການເຈົ້າເມືອງຊຽງຮ່ອນ ມີທ່ານ ບຸນທະວີ ໂສພາ ຫົວໜ້າຂະແໜງ ກວດກາ ແລະ ປະເມີນຜົນ ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ພ້ອມຄະນະກຳມະການການສອບເສັງຂັ້ນເມືອງເຂົ້າຮ່ວມ.

       ສໍາລັບການສອບເສັງຈົບຊັ້ນ ມັດທະຍົມສຶກສາຕອນປາຍ ມ7 ໃນທົ່ວເມືອງຊຽງຮ່ອນໃນຄັ້ງນີ້ ໄດ້ກໍານົດເອົາ 1 ສູນສອບເສັງຄື: ສູນສອບເສັງ ມສຊຽງຮ່ອນ ທົ່ວເມືອງມີໂຮງຮຽນ ມັດທະຍົມສຶກສາສົມບູນ 6 ແຫ່ງຄື: ໂຮງຮຽນ ມສ ຊຽງຮ່ອນ, ມສ ທົ່ງກາບ, ມສ ບ້ານແກ່ນ, ມສ ດອນມູນ, ມສ ມົກສະຕຸ ແລະ ມສ ປາກເປັດ. ມີນັກສອບເສັງ ລວມທັງໝົດ 237 ຄົນ, ຍິງ 106 ຄົນ, ແບ່ງຫ້ອງສອບເສັງອອກເປັນ 13 ຫ້ອງສອບເສັງ, ປະກອບມີ 5 ວິຊາສອບເສັງຄື: ວິຊາ ພາສາລາວ – ວັນນະຄະດີ, ວິຊາ ຄະນິດສາດ, ກຸ່ມວິຊາວິທະຍາສາດທຳມະຊາດ, ກຸ່ມວິຊາວິທະຍາສາດສັງຄົມ ແລະ ວິຊາ ພາສາອັງກິດ.ການສອບເສັງໄດ້ດຳເນີນເປັນເວລາ 3 ວັນ.   

      ການສອບເສັງຄັ້ງນີ້ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງຊຽງຮ່ອນຍັງໄດ້ ກ່າວຕໍ່ບັນດາຄະນະກຳມະການ ແລະ ນັກສອບເສັງ ຕ້ອງໄດ້ເອົາໃຈໃສ່ປະຕິບັດພາລະບົດບາດສິດ ໜ້າທີ່ ຂອງຕົນຢ່າງເຕັມສ່ວນ ຮັບປະກັນໃຫ້ໄດ້ລະບຽບ, ຫຼັກການ ຂອງການສອບເສັງໃຫ້ ມີຄວາມຖືກຕ້ອງ ແລະ ມີຄວາມຍຸຕິທຳ, ມີຄວາມສະຫງົບ, ມີຄວາມປອດໄພ, ທັງຮັບປະກັນໃຫ້ການສອບເສັງແຕ່ລະມື້, ແຕ່ລະວິຊາບັນລຸຕາມເປົ້າໝາຍທີ່ວາງໄວ້, ຄະນະຮັບຜິດຊອບຈັດການສອບເສັງ, ຄະນະກຳມະການເຝົ້າຫ້ອງສອບເສັງ ຕ້ອງໄດ້ເອົາໃຈໃສ່ຊີ້ນຳ, ປະຕິບັດລະບຽບ ແລະ ວາລະຂອງການສອບເສັງຢ່າງເຄັ່ງຄັດ, ພ້ອມທັງປະຕິບັດໂມງເວລາການສອບເສັງໃຫ້ເຂັ້ມງວດ ສຳລັບນັກສອບເສັງທັງໝົດ ຈົ່ງພ້ອມກັນປະຕິບັດລະບຽບຂອງກການສອບເສັງ ໃຫ້ເຂັ້ມງວດ ສຸມສະຕິປັນຍາທີ່ຕົນເອງໄດ້ຮຽນຮູ້ມາ ຄົ້ນຄິດໃສ່ບົດສອບເສັງຂອງຕົນ ເຮັດໃຫ້ໄດ້ຄະແນນສູງ ເພື່ອສຶບຕໍ່ຮຽນວິຊາຊີບ ແລະ ປະກອບອາຊີບຕ່າງໆ ຢ່າງມີຄຸນນະພາບ.

ໂດຍ: ດອນ ຂຽວພະນາ 020 55443362 ຖວທ ຊຽງຮ່ອນ


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *