ເລີ່ມສັກວັກແຊ້ງປ້ອງກັນໂຄວິດ-19ໃຫ້ກຸ່ມສ່ຽງ

ກົດແຊຣ໌

ໃນວັນທີ 5 ມີນາ 2021 ໂຮງໝໍຊຸມຊົນເມືອງຊຽງຮ່ອນ ໄດ້ຈັດພິທີສັກວັກແຊັງກັນພະຍາດໂຄວິດ-19 ເຂັມທໍາອິດໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ພິທີໄດ້ຈັດຂຶ້ນໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຊຽງຮ່ອນ ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ, ມີພະນັກງານແພດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ດຣ ຄຳສອນ ພົມມະຈັນ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ຂຶ້ນຊີ້ແຈງການໃຫ້ວັກແຊັງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານແພດໝໍ, ຄະນະສະເພາະກິດຕ້ານໂຄວິດ-19 ຂັ້ນເມືອງ ກ່ຽວກັບທີ່ໄປທີ່ມາຂອງວັກແຊັງ ບຸກຄະລາກອນທີ່ຈະໄດ້ສັກວັກແຊັງກ່ອນຄື: ພະນັກງານແພດໝໍ, ພະນັກງານດ່ານກວດກາຄົນເຂົ້າເມືອງ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ແລະ ບຸກຄົນທີ່ມີຄວາມສ່ຽງສູງ ເນື່ອງຈາກວ່າວັກແຊັງມີຈໍານວນຈໍາກັດ ຈຶ່ງຈໍາເປັນຕ້ອງສັກໃຫ້ບຸກຄະລາກອນ ແລະ ບຸກຄົນທີ່ມີຄວາມສ່ຽງສູງກ່ອນ

ໃນຕອນທ້າຍ ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງ ໄດ້ກ່າວໃຫ້ທິດຊີ້ນຳໃນການສັກຢາຕ້ານພະຍາດໂຄວິດ-19 ແລະພ້ອມກັນນັ້ນ ທ່ານຍັງໄດ້ສັກວັກແຊງເປັນຜູ້ທໍາອິດ ເພື່ອເປັນພິຍານ, ສ້າງຄວາມໝັ້ນໃຈ ແລະ ຂວັນກຳລັງໃຈແກ່ພະນັກງານທີ່ຈະສັກວັກແຊັງຕໍ່ໄປ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *