ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນອົງຄະນະພັກເມືອງ

ກົດແຊຣ໌

ພາຍຫຼັງທີ່ໄດ້ດໍາເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນອົງຄະນະພັກ ເມືອງ ຊຽງຮ່ອນ, ແຂວງ ໄຊຍະບູລີ ມາເປັນເວລາ 2 ວັນເຕັມ ຈຶ່ງໄດ້ສໍາເລັດລົງ ໃນຕອນບ່າຍວັນທີ 8 ຕຸລາ 2019 ນີ້, ທີ່ສະໂມສອນໃຫຍ່ຂອງເມືອງດັ່ງກ່າວ, ໂດຍເປັນປະທານຂອງ ສະຫາຍ ບຸນລ້ວນ ຊົມສີຫາປັນຍາ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ຊຽງຮ່ອນ, ເຂົ້າຮ່ວມເປັນກຽດໂດຍ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີພະນັກງານອາວຸໂສບຳນານ, ມີນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກເມືອງອ້ອມຂ້າງເຂົ້າຮ່ວມເກືອບ 200 ສະຫາຍ, ໃນນີ້ມີຜູ້ແທນສົມບູນທີ່ມາຈາກຄະນະພັກຮາກຖານ ແລະ ໜ່ວຍພັກທົ່ວເມືອງ 103 ສະຫາຍ, ຍິງ 13 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ  1.401  ສະຫາຍຍິງ 376 ສະຫາຍ.

ໃນກອງປະຊຸມຜູ້ແທນທີ່ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວົ້າຕີລາຄາຄືນການຈັດຕັ້ງປະຕິບັດແນວທາງປຽ່ນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກກໍ່ຄືການຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ເສີມຂະຫຍາຍດ້ານຕັ້ງໜ້າ, ຊອກຫາວິທີແກ້ໄຂຂໍ້ຂາດຕົກບົກຜ່ອງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອພ້ອມກັນປັບປຸງແກ້ໄຂ ແລະ ໄດ້ກຳນົດທິດທາງ 5 ປີຕໍ່ຫນ້າ, ແນ່ໃສ່ພັດທະນາເມືອງ ຊຽງຮ່ອນໃຫ້ໄປຕາມ 4 ເນື້ອໃນ 4 ຄາດໝາຍ, ໂດຍສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານວັດທະນະທໍາ-ສັງຄົມ ແລະ ການບໍລິການ-ທ່ອງທ່ຽວ ຕາມຄໍາຂວັນທີ່ວ່າ: ສ້າງເມືອງ ຊຽງຮ່ອນໃຫ້ເປັນເມືອງຜະລິດກະສິກໍາສະອາດ, ປູກເຂົ້າ ແລະ ລ້ຽງສັດເປັນສິນຄ້າ ຕິດພັນກັບການປຸງແຕ່ງ ແລະ ສົ່ງເສີມຫັດຖະກໍາທີ່ເປັນເອກະລັກຂອງທ້ອງຖິ່ນ ໄປພ້ອມກັບການພັດທະນາການທ່ອງທ່ຽວດ້ານວັດທະນະທໍາ ແລະ ທໍາມະຊາດ,  ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກຊຸດເກົ່າ ແລະ ໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເຊິ່ງມີຜູ້ຮັບສະໝັກທັງໝົດ 31 ສະຫາຍ, ຍິງ 4 ສະຫາຍ, ເລືອກໄດ້ 27 ສະຫາຍ,ຍິງ 3 ສະຫາຍ, ອາຍຸສູງສຸດ 57 ປີ, ຕໍ່າສຸດ 38 ປີ ແລະ ອາຍຸສະເລ່ຍ 48 ປີ, ກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເລືອກເອົາ ສະຫາຍ ບຸນລ້ວນ ຊົມສີຫາປັນຍາ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ອິນຕາ ນີ້ມນວນ ແລະ ສະຫາຍ ຖາວອນ ເລື່ອນແກ້ວ ເປັນຮອງເລຂາ, ຕົກລົງເລືອກເອົາ ສະຫາຍ ຖາວອນ ເລື່ອນແກ້ວ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ບີ ທໍ ແລະ ສະຫາຍ ຈໍາປາ ທອງເທພາ ເປັນຮອງປະທານ, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາພັກແຂວງ, ຊິ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກເມືອງຊຸດໃໝ່ເອົາໃຈໃສ່ ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນ, ເຊີດຊູຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນໃຫ້ສູງຂຶ້ນ ພ້ອມທັງເສີມຂະຫຍາຍ ຈິດໃຈເປັນເຈົ້າຕົນເອງ ເພິ່ງຕົນເອງ ສ້າງຄວາມຮັ່ງມີເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ແກ້ໄຂຄວາມທຸກຍາກຕິດພັນກັບການຈັດສັນອາຊີບຄົງທີ່ໃຫ້ປະຊາຊົນ, ໂດຍຫັນເອົາວຽກງານດັ່ງກ່າວເປັນໜ້າທີ່ຂອງທົ່ວປວງຊົນມີສ່ວນຮ່ວມ ເພື່ອພ້ອມກັນແກ້ໄຂຢ່າງມີຈຸດສຸມ, ເສີມຂະຫຍາຍທ່າແຮງ, ຄວາມອາດສາມາດບົ່ມຊ້ອນຂອງແຕ່ລະເຂດ ເພື່ອຍູ້ການພັດທະນາ ໃນການຜະລິດເປັນສິນຄ້າໃຫ້ແຂງແຮງ ແລະ ກວ້າງຂວາງກວ່າເກົ່າ, ສົ່ງເສີມການພັດທະນາອຸດສາຫະກຳປຸງແຕ່ງ, ຜະລິດຕະພັນກະສິກຳ ເພື່ອສ້າງລາຍໄດ້ທີ່ໝັ້ນທ່ຽງ ແກ່ປະຊາຊົນໃນໄລຍະຍາວ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *