ເມືອງຊຽງຮ່ອນໄດ້ຈັດພິທີສົມໂພດອົງພະພຸທະບາຣະມີສຼີຊຽງຮ່ອນ

ກົດແຊຣ໌

ເມືອງຊຽງຮ່ອນໄດ້ຈັດພິທີສົມໂພດອົງພະພຸດທະບາຣະມີະສຼີຊຽງຮ່ອນ ພິທີໄດ້ຂື້ນຢ່າງເປັນທາງການ ໃນວັນທີ 9 ທັນວາ 2023ນີ້ ໂດຍການເປັນປະທານຂອງ ພຣະອາຈານໃຫຍ່ ປອ ມະຫາເຫວດ ມະເສໄນ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປລາວ ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ມີ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ ແຂກເຊີນຈາກຕ່າງແຂວງ, ຕ່າງເມືອງ ຄະນະອຳເພີໃກ້ຄຽງຈາກລາສະອານາຈັກໄທ ພ້ອມດ້ວຍພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ພາຍຫຼັງທີ່ສຳເລັດພິທີທາງສາສະໜາແລ້ວ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນໄດ້ລາຍງານໂຄງການກໍ່ສ້າງອົງພະພຸດທະບາຣະມີສຼີຊຽງຮ່ອນ ປາງປະທານພອນອົງຢືນເທິງໜອງຊາງ ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີVIຂອງອົງຄະນະພັກເມືອງເຊິ່ງໄດ້ວາງແຜນພັດທະນາເສດຖະກິດ-ສັງຄົມ ແລະ ວິໄສທັດພັດທະນາເມືອງຊຽງຮ່ອນທີ່ວ່າ: “ ສ້າງເມືອງຊຽງຮ່ອນ ໃຫ້ເປັນເມືອງຜະລິດກະສິກຳເປັນສິນຄ້າຕິດພັນກັບອຸດສາຫະກໍາປຸງແຕ່ງເພື່ອສົ່ງອອກ,ສົ່ງເສີມຫັດຖະກຳທີ່ເປັນມູນເຊື້້ອ,ການບໍລິການ, ການທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາຂອງເຜົ່າ.” ດ້ວຍເຫດນີ້ຈຶ່ງເຮັດໃຫ້ຄະນະພັກ,ອຳນາດການປົກຄອງເມືອງເກີດມີແນວຄວາມຄິດ ລິເລີ່ມການກໍ່ສ້າງພະພຸດທະຮູບບາຣະມີສະສຼີຊຽງຮ່ອນປາງປະທານພອນອົງຢືນນີ້ຂື້ນມາແລະພ້ອມກັນສຸມກຳລັງກາຍ,ກຳລັງໃຈ,ກຳລັງຊັບເຂົ້າໃນການກໍ່ສ້າງ ເຊິ່ງໄດ້ຈັດຕັ້ງປະຕິບັດໃນການກໍ່ສ້າງຢ່າງຕໍ່ເນື່ອງຈົນມີຜົນສຳເລັດ ແລະ ດຳເນີນພິທີສົມໂພດອົງພຣະ ຕາມຮີດຄອງປະເພນີ ແລະ ພິທີກຳທາງສາສະໜາ ຂຶ້ນໃນມື້ນີ້.

ຈຸດປະສົງ ຂອງການກໍ່ສ້າງພຣະພຸດທະບາຣະມີສະຫຼີຊຽງຮ່ອນ ກໍແມ່ນເພື່ອເປັນການຍູ້ແຮງສົ່ງເສີມການທ່ອງທ່ຽວທາງວັດທະນະທໍາ ໂດຍໃຫ້ປະຊາຊົນ ກໍຄືຊາວພຸດທະສາສະນິກະຊົນ ມີສ່ວນຮ່ວມເປັນສັດທາ ເພື່ອໃຫ້ເກີດຄວາມຍືນຍົງ, ສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນຳພາຂອງພັກ-ລັດ,ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມເມືອງຊຽງຮ່ອນໄດ້ມີສະຖານທີ່ກາບໄຫວ້ສັກກາລະບູຊາຂໍພອນບາຣະມີ, ແນໃສ່ກະຕຸ້ນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ. ການກຳນົດອອກແບບ ແລະ ການກໍ່ສ້າງ: ລວງສູງຂອງອົງພຣະ 23ແມັດ, ລວງກ້ວາງ 5,30ແມັດ, ຄວາມກ້ວາງຂອງແທ່ນ 13ແມັດ, ມູນຄ່າໃນການກໍ່ສ້າງ 3.271.000.000ກີບ. ກຳນົດຈຸດທີ່ຕັ້ງຢູ່ເທິງພູແຄມໜອງຊາງ (ເທິງພູໜອງຊາງ).ພາຍຫຼັງກຳນົດອອກແບບ ແລະ ແຜນການກໍ່ສ້າງສໍາເລັດ ແມ່ນໄດ້ເລີ່ມຍື່ນໜັງສືສະເໜີຂໍອະນຸມັດກໍ່ສ້າງ ໃນເດືອນ ຕຸລາ ປີ 2017ແລະ ໄດ້ຮັບອະນຸມັດຈາກກົມມໍລະດົກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນເດືອນ ທັນວາ 2017.ແລະໄດ້ວາງສີລາຈາລຶກໃນການກໍ່ສ້າງວັນ3ທັນວາ2017 ເນື່ອງຈາກການລະບາດຂອງພະຍາດໂຄວິດ19ທາງຄະນະຮັບຜິດຊອບການກໍ່ສ້າງຈິ່ງໄດ້ໂຈະການກໍ່ສ້າງໄວ້ໄລຍະໜຶ່ງ.

ມາຮອດປັດຈຸບັນ ໂຄງການກໍ່ສ້າງພຣະພຸດທະບາຣະມີສະຫຼີຊຽງຮ່ອນ ປາງປະທອນພອນ ທີ່ເທິງພູໜອງຊາງ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ແມ່ນບັນລຸຜົນສໍາເລັດຕາມລະດັບຄາດໝາຍຂອງ ແຜນການກໍ່ສ້າງໄດ້ລະດັບໜຶ່ງ ເຊິ່ງໃນຕໍ່ໜ້າຍັງຈະໄດ້ສືບຕໍ່ສ້າງນາກເງິນ ແລະ ນາກຄຳ ປະດັບສອງຂ້າງຂັ້ນໄດຂຶ້ນຫາອົງພຣະ ໃນມູນຄ່າ 715 ລ້ານກີບ.ຈາກນັ້ນ ຮອງປະທານອົງການພຸດທະສາສະໜາ ສຳພັນລາວ ພ້ອມດ້ວຍການນຳຂັ້ນແຂວງ, ການນຳຂັ້ນເມືອງພ້ອມດ້ວຍພຸດທະສາສະນິກກະຊົນໄດ້ພ້ອມກັນຍົກຫົວໃຈອົງພຣະເຈົ້າໃຫຍ່ຂື້ນຢ່າງເປັນທາງການ.

……………………….

ໂດຍ: ດອນ ຂຽວພະນາ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *