ເມືອງຊຽງຮ່ອນເປີດກອງປະຊຸມຄູໄລຍະສິ້ນປີຮຽນປະຈຳສົກຮຽນ 2022-2023

ກົດແຊຣ໌

ກອງປະຊຸມຄູໄລຍະສິ້ນປີຮຽນປະຈຳສົກຮຽນ 2022-2023 ທົ່ວເມືອງຊຽງຮ່ອນໄດ້ເປີດຂື້ນໃນວັນທີ 16 ສິງຫາ 2023ນີ້ ໂດຍການເປັນປະທານຂອງທ່ານ ໄຊ ແສງມະນີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ມີທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງໆຊຽງຮ່ອນ ຜູ້ຊີ້ນຳວຽກງານວັດທະນະທຳສັງຄົມ ມີຄະນະຫ້ອງການສຶກສາ, ຜູ້ບໍລິຫານການສຶກສາ ແລະຄູອາຈານເຂົ້າຮ່ວມ.

      ໃນວາລະຂອງກອງປະຊຸມຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຮັບຟັງ ດຳລັດວ່າດ້ວຍລັດຖະກອນຄູ ເລກທີ 202/ລບ ລົງວັນທີ 13 ພຶດສະພາ 2023, ຜ່ານມະຕິຕົກລົງວ່າດ້ວຍລັດຖະກອນຄູ ແລະມາດຕະການແກ້ໄຂບັນຫາການຂາດແຄນຄູສອນ ການປະລະການຮຽນ ການສົ່ງເສີມເຂົ້າຮຽນວິຊາຊີບ ເລກທີ 09/ລບ, ຜ່ານຄຳແນະນຳກ່ຽວກັບການບັນຈຸ ສັບຊ້ອນ ແລະຈັດສັນຄູ ຊັ້ນການສຶກສາກ່ອນໄວຮຽນ, ຜ່ານມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ແລະ ທົ່ວແຂວງໄຊຍະບູລີ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການສຶກສາ, ຜ່ານກອບແນວຄິດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນຂະແໜງການສຶກສາ ແລະ ຜ່ານບົດສະຫຼຸບລາຍງານກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານລັດຖະກອນຄູ ແລະ ຜູ້ບໍລິຫານການສຶກສາ ຈາກນັ້ນຜູ້ເຂົ້າຮ່ວມຈະໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບບົດສະຫຼຸບ ແລະ ການຈັດຕັ້ງປະຕິບັດວຽກງານສຶກສາທິການແລະ ກິລາ ປະຈຳສົກຮຽນ 2022-2023 ຜ່ານມາ ເພື່ອເປັນທິດທາງໃນການແກ້ໄຂບັນຫາສິ່ງທ້າທາຍຕໍ່ກັບວຽກງານການສຶກສາໃຫ້ໄດ້ຮັບການແກ້ໄຂໃນຕໍ່ໜ້າ. ກອງປະຊຸມຈະໄດ້ດຳເນີໄປເປັນເວລາ 2 ວັນຈື່ຈະສຳເລັດ.

ໂດຍ: ດອນ ຂຽວພະນາ 020 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *