ປີນີ້!​ ເມືອງຊຽງຮ່ອນ ຕັ້ງເປົ້າປ່ອຍປາຄືນທໍາມະຊາດ 66.000 ໂຕ

ກົດແຊຣ໌

ເມືອງຊຽງຮ່ອນໄດ້ຈັດພິທີສະເຫຼີມສະຫຼອງວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ 13 ກໍລະກົດ ຂື້ນໃນວັນທີ 13 ກໍລະກົດ 2021 ນີ້ ຢູ່ທີ່ຊົນລະປະທານນໍ້າຄ່ອມ1 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງໆຊຽງຮ່ອນ ມີບັນດາອຳນາດການປົກຄອງເມືອງ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ອຳນາດການປົກຄອງບ້ານ ນັກທຸລະກິດ ແລະ ປະຊາຊົນເຂົ້າຮ່ວມ.

      ໃນພິທີ ທ່ານ ເບີ້ຍ ຮັກສາການຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຊຽງຮ່ອນໄດ້ຜ່ານຈຸດປະສົງໃນການຈັດກິດຈະກຳໃນຄັ້ງນີ້ ກໍ່ເພື່ອເປັນການປະຕິບັດເນື້ອໃນຈິດໃຈຂອງກົດໝາຍວ່າດ້ວຍສັດນໍ້າ ສັດປ່າກ່ຽວກັບການເຄື່ອນໄຫວສ້າງຂະບວນການປົກປັກຮັກສາສັດນໍ້າສັດປ່າ ເນື່ອງໃນໂອກາດວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດ 13 ກໍລະກົດ ເພື່ອປຸກຈິດສຳນຶກໃຫ້ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໄດ້ມີການປົກປັກຮັກສາແນວພັນສັດນໍ້າ-ສັດປ່າ ແລະ ເປັນການກະຕຸກຊຸກຍູ້ໃຫ້ແກ່ການຜະລິດແນວພັນສັດນໍ້າ ການລ້ຽງສັດນໍ້າ ຂອງຊາວກະສິກອນ ຜູ້ປະກອບການທີ່ກ່ຽວຂ້ອງໃຫ້ບັນລຸຕາມຈຸດປະສົງເປົ້າໝາຍ ໂດຍອີງໃສ່ສະພາບແວດລ້ອມ ທ່າແຮງທີ່ອຸດົມສົມບູນຂອງເມືອງ ເພື່ອແນໃສ່ເຮັດໃຫ້ປະຊາກອນສັດນໍ້າ ແລະ ສັດປ່າ ແຜ່ພັນເພີ່ມຂື້ນ ມີຄວາມຫຼາກຫລາຍທາງດ້ານຊີວະນານາພັນສາມາດຕອບສະໜອງຄວາມອຸດົມສົມບູນຄືນໃຫ້ທຳມະຊາດ ແລະ ຈຳກັດການລ່າແບບດັບສູນຢ່າງແທ້ຈິງ. ໃນພິທີຍັງໄດ້ມີການປ່ອຍປາຄືນສູ່ທໍາມະຊາດ ເຊິ່ງປີນີ້ໄດ້ແບ່ງອອກເປັນ 5 ຈຸດຄື: ຊົນສະປະທານນໍ້າງຶ່ມ2, ອ່າງນໍ້າມ່າວບ້ານແກ່ນ, ນໍ້າອຽນບ້ານລັບ, ຈຸດນໍ້າງື່ມບ້ານຄໍ້າ ແລະ ຊົນລະປະທານນໍ້າຄ່ອມ1 ປາທີ່ນໍາມາປ່ອຍໃນຄັ້ງນີ້ປະກອບມີ ປານິນ, ປາໃນ, ປາດຸກ ແລະ ປາຕະພຽນ. ລວມປາທີ່ນໍາມາປ່ອຍໃນຄັ້ງນີ້ທັງໝົດ 66.000 ກວ່າພັນໂຕ.

ໂດຍ: ດອນ ຂຽວພະນາ ຖວທ ຊຽງຮ່ອນ. 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *