ເມືອງຊຽງຮ່ອນຈັດກອງປະຊຸມວຽກງານ ແຮງງານ ແລະ ສະຫວັດດີການສັງຄົມປະຈຳປີ 2020

ກົດແຊຣ໌

ກອງປະຊຸມວຽກງານ ແຮງງານ ແລະ ສະຫວັດດີການສັງຄົມ ປະຈໍາປີ 2020 ແລະ ກຳນົດທິດທາງແຜນການປີ 2021 ຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂື້ນເມື່ອວັນທີ 9 ກໍລະກົດ 2021ນີ້ ຢູ່ທີ່ຫໍປະຊຸມຂອງເມືອງ ໂດຍການເປັນປະທານຂອງ ທ່ານ ອິ່ນ ບຸນຍາວົງ ກຳມະການພັກເມືອງ ຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມ ເປັນກຽດເຂົ້າຮ່ວມ ບຸນຈັນ ແກ້ວວິຊາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳສັງຄົມ  ມີບັນດາທ່ານ ຫົວໜ້າຫ້ອງການ, ຮອງຫ້ອງການ ແລະ ວິຊາການຫ້ອງການ ແຮງງານເມືອງເຂົ້າຮ່ວມ.

        ໃນກອງປະຊຸມ ທ່ານ ອິ່ນ ບຸນຍາວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການແຮງງານແລະ ສະຫວັດດີການສັງຄົມເມືອງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2020 ແລະ ກຳນົດທິດທາງແຜນການປີ 2021 ໂດຍໄດ້ຍົກໃຫ້ເຫັນ 2 ວຽກງານໃຫຍ່ຄື: ວຽກງານແຮງງານ ແລະ ວຽກງານສະຫວັດດີການສັງຄົມ.  ວຽກງານແຮງງານເຊິ່ງສະແດງໂຄງປະກອບແຮງງານໃນທົ່ວເມືອງ ປະກອບມີແຮງງານຂົງເຂດກະສິກໍາເທົ່າກັບ 84,4 %, ຂົງເຂດອຸດສາຫະກຳ 4,9 %, ການບໍລິການ 8,9 % ແລະ ຜູ້ຫວ່າງງານຢູ່ທີ່ 1,8 % ທົ່ວເມືອງມີຫົວໜ່ວຍແຮງງານທັງໝົດ 98 ຫົວໜ່ວຍ ມີແຮງງານ 502 ແຮງງານ ຍິງ 183 ແຮງງານ, ການພັດທະນາແຮງງານໃນໜຶ່ງປີຜ່ານມາມີຜູ້ໄດ້ເຂົ້າຝຶກພັດທະນາສີມືແຮງງານໄດ້ທັງໝົດ 176 ແຮງງານ ແລະ ວຽກງານສະຫວັດດີການສັງຄົມ ທົ່ວເມືອງມີພະນັກງານບໍານານ 97 ຄົນຍິງ 14 ຄົນ ວຽກງານສັງຄົມສົງເຄາະ ໄດ້ລົງເກັບກຳຄວາມເສຍເຫຍຈາກໄພພິບັດທີ່ເກີດຂື້ນພາຍໃນເມືອງ ແລະ ຊ່ວຍຜູ້ປະສົບໄພພິບັດຕາມຄວາມເໝາະສົມ  ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນ ຮັບຟັງນິຕິກຳຂອງວຽກງານແຮງງານສະຫວັດດີການ ແລະ ປະກອບຄຳຄິດຄຳເຫັນຕໍ່ກັບວຽກງານດັ່ງກ່າວເພື່ອເປັນທິດທາງໃນຕໍ່ໜ້າ.

       ຕອນທ້າຍທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງ ຍັງໄດ້ໂອ້ລົມໃຫ້ຄຳຄິດຄຳເຫັນໂດຍທ່ານໄດ້ເໜັ້ນໜັກໃຫ້ຂະແໜງການທີ່ກ່ຽວຂ້ອງຈົ່ງພ້ອມກັນສືບຕໍ່ກຳແໜ້ນນິຕິກຳຕ່າງໆເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດ, ເອົາໃຈໃສ່ ສືບຕໍ່ປັບປຸງວຽກງານແຮງງານ ແລະ ວຽກສະຫວັດດີການສັງຄົມໃຫ້ມີຜົນງານຜົ້ນເດັ່ນຂື້ນ ແລະ ເອົາໃຈໃສ່ສືບຕໍ່ປັບປຸງວຽກງານທີ່ອອກໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

ໂດຍ: ດອນ ຂຽວພະນາ 020 5544 3362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *