ຄະນະນຳຂອງເມືອງ ຮ່ວມກອງປະຊຸມອົງການປົກຄອງແຂວງ ຜ່ານລະບົບອອນໄລນ໌

ກົດແຊຣ໌

   ໃນວັນທີ 14 ກໍລະກົດ 2021ນີ້ ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງຊຽງຮ່ອນ, ພ້ອມດ້ວຍຮອງເຈົ້າ, ກໍາມະການປະຈໍາພັກເມືອງ ພ້ອມຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ  ກອງປະຊຸມທາງໄກ ຜ່ານລະບົບວິດີໂອຄອນເຟີເລັນ (confernce) ໄດ້ຈັດຢູ່ທີ່ ຫ້ອງວ່າການປົກຄອງເມືອງເມືອງຊຽງຮ່ອນ ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ມີບັນດາພະແນກການຂອງແຂວງ ພ້ອມກັບບັນດາ, ອົງການປົກຄອງເມືອງ 11 ເມືອງທົ່ວແຂວງເຂົ້າຮ່ວມ.
   ພາຍຫຼັງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານການທີ່ພົ້ນເດັ່ນຂອງອົງການປົກຄອງແຂວງໄຊຍະບູລີໄລຍະ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2021 ຂອງອົງການປົກຄອງແຂວງ. ຈາກນັ້ນບັນດາພະແນກການຂັ້ນແຂວງ ແລະ ບັນດາເມືອງຍັງຈະໄດ້ປະກອບຄຳຄິດຄຳເຫັນຕໍ່ກັບການຈັດຕັ້ງປະຕິບັດວຽງານຂອງອົງການປົດຄອງແຂວງ ແລະ ວຽກງານພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂ້ໃນຕໍ່ໜ້າ. ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງຈະສຳເລັດ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *