ເປີດຮຽນທິດສະດີການເມືອງການປົກຄອງໃຫ້ພະນັກງານລັດຖະກອນທົ່ວເມືອງ ຮຸ່ນທີ 3

ກົດແຊຣ໌

ເພື່ອກໍ່ສ້າງພະນັກງານນຳພາ-ຄຸ້ມຄອງຢູ່ພາຍໃນເມືອງໃຫ້ມີຄວາມຮູ້ພື້ນຖານລະບົບທິດສະດີການເມືອງ-ການປົກຄອງຂັ້ນຕົ້ນ ແລະ ການກຳນົດນະໂຍບາຍ ກົດລະບຽບຂອງພັກ, ກົດໝາຍຂອງລັດ  ຈຶ່ງໄດ້ຈັດພິທີເປີດການຮຽນການສອນທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ ຮຸ່ນທີ III ໃຫ້ພະນັກງານລັດຖະກອນ ທົ່ວເມືອງຊຽງຮ່ອນ ແຂວງໄຊຍະບູລີ ຂື້ນຢ່າງເປັນທາງການ ໃນວັນທີ 27 ກັນຍາ 2021ນີ້ ຢູ່ທີ່ສະໂມສອນຂອງເມືອງ ໃຫ້ກຽດກ່າວເປີດການຮຽນ ໂດຍທ່ານ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງທ່ານ ປອ ສີສອນພັນ ບຸນສີ ອຳນວຍການໂຮງຮຽນທິດສະດີການເມືອງການປົກຄອງ ແຂວງໄຊຍະບູລີ ມີບັນດາທ່ານຫົວໜ້າຫ້ອງການ, ຄູອາຈານ, ນັກຮຽນ ແລະ ຄະນະຮັບຜິດຊອບການຮຽນການສອນເຂົ້າຮ່ວມ.

ການເປີດການຮຽນການສອນທິດສະດີການເມືອງ-ການປົກຄອງໃນຄັ້ງນີ້ ເຊິ່ງມີນັກຮຽນມາຈາກສຳນັກງານ ຫ້ອງການ ກົມກອງ ອ້ອມຂ້າງເມືອງເຂົ້າຮຽນທັງໝົດ 54 ທ່ານ ຍິງ 12 ທ່ານ ເຊິ່ງປະກອບມີ 5 ພາກວິຊາຮຽນຄື: ພາກວິຊາ ປັດສະຍາ, ພາກວີຊາ ເສດຖະສາດການເມືອງ-ການຄຸ້ມຄອງເສດຖະກິດ, ລັດທິສັງຄົມນິຍົມວິທະຍາສາດ, ບໍລິຫານສາດ, ວິຊາ ກໍ່ສ້າງພັກ-ປະຫວັດສາດພັກ ແລະ ຮ່ຳຮຽນບັນດາ ມະຕິ, ຄຳສັ່ງ ແລະ ຂໍ້ກຳນົດຕ່າງໆຂອງພັກ ລວມທັງໝົດ 38 ບົດ ໂອກາດດັ່ງກ່າວ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ໄດ້ໃຫ້ກຽດກ່າວເປີດການຮຽນຢ່າງເປັນທາງການ ພ້ອມທັງໂອລົບຕໍ່ພິທີເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນໃນການຮຽນຄື: ເປັນການສ້າງພະນັກງານ ທະຫານ ຕຳຫຼວດ ໃຫ້ມີລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ-ການປົກຄອງ ຮູ້ແນວທາງຂອງພັກ ການຄຸ້ມຄອງລັດ ເຮັດໃຫ້ມີແນວຄິດທັດສະນະຫຼັກໝັ້ນ ເຊື່ອໝັ້ນຕໍ່ການນຳພາ ມີຄວາມຫ້າວຫັນເປັນແບບຢ່າງ ເຮັດໃຫ້ການປະຕິບັດໜ້າທີ່ວຽກງານນັບມື້ນັບມີຄຸນນະພາບສູງຂື້ນ ແລະ ທ່ານຍັງຮຽກຮ້ອງມາຍັງຄູອາຈານ ແລະ ນັກຮຽນ ນັກສຶກສາ ຈົ່ງພ້ອມກັນເອົາໃຈໃສ່ຕໍ່ກັບການການຮຽນ-ການສອນໃນຄັ້ງນີ້ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.

ຂ່າວ: ດອນ ຂຽວພະນາ 020 55443362

ຖວທ ເມືອງຊຽງຮ່ອນ


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *