ພິທີພົບປະຖອດຖອນບົດຮຽນການພັດທະນາເສດຖະກິດສັງຄົມລະຫວ່າງເມືອງຊຽງຮ່ອນ ກັບ 3 ເມືອງໃຕ້ ແລະ 2 ເມືອງກາງຂອງແຂວງໄຊຍະບູລີ

ກົດແຊຣ໌

     ໃນວັນທີ 14 ກໍລະກົດ 2023ນີ້ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີພົບປະຖອດຖອນບົດຮຽນການພັດທະນາເສດຖະກິດສັງຄົມລະຫວ່າງ ເມືອງຊຽງຮ່ອນ ກັບ 3 ເມືອງໃຕ້ ແລະ 2 ເມືອງກາງຂອງແຂວງໄຊຍະບູລີ ຄື: ເມືອງບໍ່ແຕນ, ເມືອງແກ່ນທ້າວ,ເມືອງປາກລາຍ,ເມືອງພຽງ ແລະ ເມືອງໄຊຍະບູລີ  ພິທີໄດ້ຈັດຂື້ນຢູ່ທີ່ຫ້ອງວ່າການເມືອງຊຽງຮ່ອນ ໂດຍການເປັນປະທານຂອງທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກ ແຂວງໄຊຍະບູລີ ມີທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ,ມີອົງການປົກຄອງເມືອງ, ມີບັນດາທ່ານຮອງເຈົ້າເມືອງຜູ້ຊີ້ນໍາຂົງເຂດເສດຖະກິດ 3 ເມືອງໃຕ້   2 ເມືອງກາງ ພ້ອມດ້ວຍນາຍບ້ານ ເມືອງລະ2ທ່ານເຂົ້າຮ່ວມ.

   ໃນໂອກາດພົບປະຄັ້ງນີ້ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ປະທານພິທີໄດ້ສະ

ເໜີຈຸດປະສົງຂອງການຖອດຖອນບົດຮຽນ ລະຫວ່າງ 3 ເມືອງໄຕ້ 2 ເມືອງກາງ ກັບເມືອງຊຽງຮ່ອນໃນຄັ້ງນີ້  ຈຸດປະສົງກໍເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນແລະກັນໂດຍສະເພາະແມ່ນການພັດທະນາເສດຖະກິດສັງຄົມເຊິ່ງມີຫຼາຍຢ່າງທີ່ບັນດາສາມາດເຮັດໄດ້ແຕ່ກໍມີຫຼາຍດ້ານທີ່ຈະຕ້ອງແລກປ່ຽນບົດຮຽນເຊິ່ງກັນແລະກັນເພື່ອນໍາເອົາບົດຮຽນທີ່ດີເລົ່ານັ້ນໄປໝູນໃຊ້ຈັດຕັ້ງປະຕິບັດພັດທະນາເສດຖະກິດສັງຄົມຢູ່ບັນດາເມືອງໃຫ້ມີຄວາມກ້າວພັດທະນາກ້າວໄປເລື້ອຍໆ. ຈາກນັ້ນທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນໄດ້ສະແດງຄວາມຢື້ຢາມຖາມຂ່າວກ່າວຕ້ອນຮັບ ແລະລາຍງານສະພາບຈຸດພິເສດ, ການພັດທະນາເສດຖະກິດສັງຄົມຂອງເມືອງຊຽງຮ່ອນ ແລະທ່ານ ກິ ແສງພະຈັນ ນາຍບ້ານແກສີພົມໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນເສັ້ນທາງບ້ານແກສີພົມທີ່ໄດ້ກໍ່ສ້າງດ້ວຍທຶນຂອງປະຊາຊົນ ຈາກນັ້ນທ່ານປະທານພິທີກໍໄດ້ມີຄໍາຖາມເຈາະຈິ້ມ ແລະຜູ້ເຂົ້າຮ່ວມກໍໄດ້ຊີ້ແຈງຕອບຄໍາຊັກຖາມຢ່າງກົງໄປກົງມາ ຈາກນັ້ນທີມງານການນໍາແຂວງແລະເມືອງກໍໄດ້ລົງເບິ່ງແລະຖອດຖອນບົດຮຽນໂຄງການປູຢາງສອງຊັ້ນດ້ວຍທຶນຂອງປະຊາຊົນ 100% ຢູ່ບ້ານແກສີພົມ,ເບິ່ງສາງເກັບຊື້ຢາງພາລາທີ່ບ້ານປ່າຫວ້ານ,ເບິ່ງໂຮງງານແປຮູບຢາງພາລາ ລາວຈຸນທົງທີ່ບ້ານຂິ່ງ,ເບິ່ງກິດຈະການລ້ຽງປານິນຂອງຜູ້ປະກອບການທີ່ຊົນລະປະທານອ່າງນໍ້າມ່າວ,ທ່ຽວຊົມສະຖານທີ່ທ່ອງທ່ຽວຂອງເມືອງ ເປັນຕົ້ນແມ່ນພະທາດຊຽງລົມ,ຮອຍພະບາດ ຢູ່ວັດບ້ານລັບແລະທ່ຽວຊົມພະເຈົ້າໃຫຍ່ຂອງເມືອງອີກດ້ວຍ.

ໂດຍ:     ຜາຍ ທາດທາຕີ   59798354


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *