ເຊື່ອມຊຶມເອກະສານການແກ້ໄຂບັນຫາຢາເສບຕິດ ແລະ ຄຳສັ່ງ ການປະຕິບັດມາດຕະການຕໍ່ຜູ້ນຳເຂົ້າ ແລະ ຜູ້ນຳໃຊ້ພາຫະນະທຸກປະເທດແບບບໍ່ຖືກຕ້ອງ

ກົດແຊຣ໌

ກອງປະຊຸມເຊື່ອມຊຶມເອກະສານວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ຄຳສັ່ງ ວ່າດ້ວຍ ການກວດກາ ປະຕິບັດມາດຕະການຕໍ່ຜູ້ນຳເຂົ້າ ແລະ ຜູ້ນຳໃຊ້ພາຫະນະທຸກປະເທດແບບບໍ່ຖືກຕ້ອງ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 24 ພະຈິກ 2021ນີ້ ໂດຍການເປັນປະທານຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ມີບັນດາທ່ານຄະນະປະຈຳພັກເມືອງກຳມະການເມືອງ ຫົວໜ້າຫ້ອງການ ກົມກອງ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ອົງການປົກຄອງບ້ານເທດສະບານເຂົ້າຮ່ວມ.

ເອກກະສານທີ່ນຳເຊື່ອມຊຶມໃນຄັ້ງນີ້ ປະກອບມີ ມະຕິເລກທີ 04 ຂອງກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຄຳສັ່ງ ເລກທີ 19/ນຍ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຄຳສັ່ງເລກທີ 1851/ ປກສ ວ່າດ້ວຍການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ເພື່ອຮັບປະກັນໃຫ້ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄດ້ຮັບການຈັດຕັ້ງປະຕິບັດຢ່າງຮີບດ່ວນ, ທັນການ, ມີປະສິດພິພາບ ແລະ ປະສິດພິຜົນ. ແລະ ຍັງໄດ້ຜ່ານເອກກະສານຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 20/ ນຍ ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການ ຕໍ່ຜູ້ນຳເຂົ້າ ແລະ ນຳໃຊ້ພາຫະນະທຸກປະເທດທີ່ບໍ່ຖືກຕ້ອງ ເພື່ອແກ້ໄຂ ການນໍາເຂົ້າ ການນຳໃຊ້ ແລກປ່ຽນ ຊື້ຂາຍຍານພາຫະນະ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ  ໃນໂອກາດທີ່ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ທີ່ເຂົ້າຮ່ວມກອງປະຊຸມເຊື່ອມຊຶມໃນຄັ້ງນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນໃຫ້ຄວາມຮ່ວມມື ເປັນເຈົ້າການໃນການແກ້ໄຂປະກົດການຫຍໍ້ເປັນຕົ້ນແມ່ນການແກ້ໄຂບັນຫາຢາເສບຕິດ ແລະ ການນຳເຂົ້າ ແລະ ການນຳໃຊ້ພາຫະນະທີ່ບໍ່ຖືກຕ້ອງໃຫ້ຫັນເຂົ້າສູ່ລະບຽບກົດໝາຍ ແລະ ຫັນເອົານິ້ຕິກຳດັ່ງກ່າວໄປເຜີຍແຜ່ໃນທ້ອງຖີ່ນ ຮາກຖານທີ່ຕົນເອງສັກກັດໄດ້ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *