ມອບ-ຮັບເຂົ້າສານໃຫ້ຜູ້ຖືກຜົນກະທົບໄພນໍ້າຖ້ວມ

ກົດແຊຣ໌

        ໃນວັນທີ 23 ພະຈິກ 2021ນີ້ ຢູ່ ບ້ານ ແກ່ນ ເມືອງຊຽງຮ່ອນ ໄດ້ຈັດພິທີ ການແຈກຢາຍເຂົ້າສານໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການມອບຂອງທ່ານ ໜູເກນ ພັນລັກ  ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນ ມີທີມງານຂັ້ນແຂວງ, ເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນທີ່ຖືກຜົນກະທົບເຂົ້າຮ່ວມ.

ເຂົ້າສານທີ່ນຳມາແຈກຢາຍໃຫ້ປະຊາຊົນທີ່ຖືກຜົນກະທົບໄພນໍ້າຖ້ວມໃນຊ່ວງລະຫວ່າງວັນທີ 12-14 ມິຖຸນາ 2021ຜ່ານມາ ຍ້ອນໄດ້ຮັບອິດທິພົນຈາກພາຍຸ ໂກກູມາ ສຳລັບຢູ່ເມືອງຊຽງຮ່ອນໄດ້ຮັບເຂົ້າສານຈຳນວນ 48 ໂຕນ ມີຈຳນວນ 11 ບ້ານ ມີ  417  ຄອບຄົວ ມີຈໍານວນພົນ  1.835 ຄົນ. ນອກຈາກເຂົ້າສານແລ້ວຍັງໄດ້ມອບນໍ້າມັນພືດໃຫ້ ຜູ້ຖືກຜົນກະທົບຈຳນວນ 3.471 ຂວດ . ການຊ່ວຍເຫຼືອໃນຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານແຫ່ງສາທາລະນະລັດເກົາຫຼີ ໂດຍຜ່ານອົງການອາຫານໂລກ. ລວມທັງໝົດ 1.320 ໂຕນ ມູນຄ່າ 1.26 ລ້ານໂດລາສະຫະລັດ ໃນນັ້ນແຂວງໄຊຍະບູລີ ໄດ້ຮັບເຂົ້າສານຈຳນວນ 266 ໂຕນ 

ຕອນທ້າຍທ່ານເຈົ້າເມືອງຍັງໄດ້ໂອ້ລົມຕໍ່ກັບປະຊາຊົນທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ຈົ່ງພ້ອມກັນນຳເອົາວັດຖຸປັດໃຈທີ່ໄດ້ຮັບໃນຄັ້ງນີ້ເຂົ້າໃນການປັບປຸງແກ້ຊີວິດປະຈຳວັນໃຫ້ດີຂື້ນ ແລະ ໃນຕໍ່ໜ້າຈະຕ້ອງພ້ອມກັນສ້າງແຜນການຮັບມືກັບໄພພິບັດຕ່າງໆທີ່ອາດຈະເກີດຂື້ນ ເພື່ອເຮັດໃຫ້ມີຜົນກະທົບນ້ອຍທີ່ສຸດຕໍ່ຊີວິດ ແລະ ສັບສິນຂອງພໍ່ແມ່ປະຊາຊົນ.

ໂດຍ: ດອນ ຂຽວພະນາ 020 5544 3362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *