ສະຫຼຸບວຽກງານອົງການປົກຄອງເມືອງ ປະຈໍາເດືອນເມສາ

ກົດແຊຣ໌

        ກອງປະຊຸມອົງການປົກຄອງເມືອງປະຈຳເດືອນເມສາ ແລະທິດທາງແຜນການເດືອນພຶດສະພາ 2023 ໄດ້ຈັດຂື້ນໃນວັນທີ 11 ພຶດສະພາ 2023ນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ມີກຳມະການປະຈຳ ກຳມະການພັກເມືອງ ຫົວໜ້າຫ້ອງການ ກົມກອງອ້ອມຂ້າງເມືອງ ແລະ ອົງການປົກຄອງບ້ານທົ່ວເມືອງເຂົ້າຮ່ວມ.

       ກອງປະຊຸມໄດ້ໄຂຂື້ນໃນທ່າມກາງບັນຍາກາດ​ທີ່​ທົ່ວ​ພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ພວມສືບຕໍ່ຈັດຕັ້ັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດ ກໍ່ຄືເມືອງຊຽງຮ່ອນ ພວກເຮົາພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIIຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງ ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມກາງສະໄໝ ຄັ້ງທີVII ຂອງອົງຄະນະພັກແຂວງ ແລະ ທັງເປັນຊ່ວງໄລຍະທີ່ຊາວເມືອງຊຽງຮ່ອນພວມສຸມໃສ່ການເກັບກູ້ພືດລະດູແລ້ງ ແລະ ຫ້າງຫາກະກຽມໃຫ້ແກ່ການຜະລິດລະດູປີຢ່າງເປັນຂະບວນຟົດຟື້ນ. ກອງປະຊຸມອົງການປົກຄອງເມືອງ ປະຈໍາເດືອນ ເມສາ ແລະ ທິດທາງແຜນການເດືອນ ພຶດສະພາ ປີ 2023ໄດ້ໄຂຂຶ້ນ ໂດຍຈະໄດ້ຮັບຟັງ ແລະ ປຶກສາຫາລື3 ບັນຫາຄື: ສະຫຼບວຽກງານອົງການປົກຄອງ ປະຈຳເດືອນ ເມສາ ແລະ ທິດທາງແຜນການປະຈຳເດືອນ ພຶດສະພາ ປີ 2023;ບັນຫາຄຳສະເໜີຂອງອົງການປົກຄອງບ້ານ ຕໍ່ອົງການປົກຄອງເມືອງ;ພ້ອມນັ້ນ ກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄຳເຫັນລາຍງານຕໍ່ກັບການກັບການຈັດຕັ້ງປະຕິບັດວຽກງານໃນຄວາມຮັບຜິດຊອບຂອງບັນດາບ້ານ ແລະ ຂະແໜງການຕ່າງໆຂອງເມືອງ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ. ໂດຍລວມເຫັນວ່າເສດຖະກິດຂອງເມືອງຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຂົງເຂດວັດທະນະທຳສັງຄົມໄດ້ຮັບການປັບປຸງດີຂື້ນເປັນກ້າວໆ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ຮັບການແກ້ໃນແຕ່ລະໄລຍະເຮັດໃຫ້ເມືອງມີຄວາມສະຫງົບໂດຍພື້ນຖານ.

 ໂດຍ: ດອນ ຂຽວພະນາ ຖວທ ມ ຊຽງຮ່ອນ 55443362.  


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *