ພິທີສະເຫຼີມສະຫຼອງ 3 ວັນສຳຄັນຂອງວຽກງານກະສິກຳ

ກົດແຊຣ໌

ພິທີສະເຫຼີມສະຫຼອງ 3 ວັນສຳຄັນຂອງວຽກງານກະສິກຳ ແລະ ປ່າໄມ້ຄື: ວັັນຊົນລະປະທານແຫ່ງຊາດ 3 ພະຈິກ, ວັນສັກຢາປ້ອງກັນພະຍາດສັດ 11 ພະຈິກ ແລະ ວັນເປີດຂະບວນການປູກພືດລະດູແລ້ງ 15 ພະຈິກ ຢູ່ເມືອງຊຽງຮ່ອນແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2021ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ກົງທອງ ສິດທີໄຊ ວ່າການເຈົ້າເມືອງຊຽງຮ່ອນ ມີຄະນະພັກເມືອງ, ຫົວໜ້າຫ້ອງການ, ອຳນາດການປົກຄອງບ້ານ, ກຸ່ມຊົມໃຊ້ນ້ຳ, ສັດຕະວະເເພດບ້ານ ຕະຫຼອດຮອດປະຊາຊົນບ້ານດອນໄຈເຂົ້າຮ່ວມ.

      ໃນພິທີທ່ານ ເບີ້ຍ ເກດສີທອງ ຮັກສາການຫົວໜ້າຫ້ອງ ການກະສິກຳ ແລະ ປ່າໄມ້ ເມືອງຊຽງຮ່ອນໄດ້ລາຍງານການຈັດຕັ້ງປະຕິບັດການສະໜອງນໍ້າ, ການລ້ຽງສັດ ແລະ ການຜະລິດລະດູແລ້ງ ໂດຍໄດ້ຍົກໃຫ້ເຫັນ ທົ່ວເມືອງມີຊົນລະປະທານໝົດ 193 ແຫ່ງ ສາມາດສະໝອງນ້ຳໃນລະດູຝົນ 3.300 ກວ່າເຮັກຕາ, ລະດູແລ້ງໄດ້ 2.000 ກວ່າເຮັກຕາ, ການປູກພືດລະດູແລ້ງ ເປັນຕົ້ນແມ່ນ: ນາແຊງໃນເນື້ອທີ່ 850 ເຮັກຕາ, ປູກພືດເສດຖະກິດ ໃນເນື້ອທີ່ 500 ເຮັກຕາ ແລະ ປູກເພື່ອບໍລິໂພກພາຍໃນ ໃນເນື້ອທີ່ 700 ກວ່າເຮັກຕາ ແລະ ວຽກງານລ້ຽງສັດ ທົ່ວເມືອງມີສັດລ້ຽງທັງໝົດ 692.000 ກວ່າໂຕ ໃນນັ້ນມີຊ້າງ 3 ໂຕ, ຄວາຍ 2.500 ໂຕ, ງົວ 13.458 ໂຕ, ໝູ 16.000 ໂຕ, ໝາແມວ 4.000 ກວ່າໂຕ, ແບ້ 2.500 ໂຕ ແລະ ສັດປີກ 650.000 ໂຕ ຈຸດປະສົງຂອງການຈັດພີທີດັ່ງກ່າວນີ້ ກໍ່ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວາງອອກໃນຂະແໜງການກະສິກຳ ໃຫ້ເມືອງມີຄວາມໝັ້ນຄົງທາງດ້ານສະບຽງອາຫານ ໂດຍອາໃສທ່າແຮງບົ່ມຊ້ອນ, ຄໍ້າປະກັນທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້ານັບມື້ນັບຫຼາຍຂຶ້ນ. ໃນໂອກາດທີ່ທ່ານກົງທອງ ສິດທິໄຊ ວ່າການເຈົ້າເມືອງໆຊຽງຮ່ອນເຂົ້າຮ່ວມພິທີທ່ານ ຍັງໄດ້ ເໜັ້ນໜັກໃຫ້ອົງການປົກຄອງບ້ານ ແລະ ຂະແໜງການທີ່ກ່ຽວຂ້ອງ ຕ້ອງໄດ້ປະສານສົມທົບກັນ ລະຫວ່າງ ກຸ່ມປູກຝັງ, ກຸ່ມລ້ຽງສັດ ແລະ ກຸ່ມຊົມໃຊ້ນໍ້າຊົນລະປະທານ ສ້າງຂະບວນການ ສຸມໃສ່ການປູກການລ້ຽງໃຫ້ເປັນຂະບວນກ້ວາງຂວາງ, ສືບຕໍ່ເອົາໃຈໃສ່ໃນພັດທະນາພື້ນຖານໂຄງລ່າງດ້ານກະສິກຳໃຫ້ມີຄວາມເຂັ້ມແຂງການເປັນກະສິກຳທີ່ຕິດພັນກັບການນໍາໃຊ້ເຕັກນິກທີ່ທັນສະໄໝເທື່ອກ້າວ. ຕອນທ້າຍຍັງໄດ້ມີຂະບວນການສັກຢາປ້ອງກັນພະຍາດສັດ ແລະ ປູກພືດລະດູແລ້ງອິກດ້ວຍ.

ໂດຍ: ດອນ ຂຽວພະນາ 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *