ພະນັກງານ-ລັດຖະກອນ ຮັບການເຊື່ອມຊຶມເອກະສານວ່າດ້ວຍການແຈ້ງຊັບສິນ

ກົດແຊຣ໌

ກອງປະຊຸມເຊືອມຊຶ່ມເອກະສານ ວ່າດ້ວຍການແຈ້ງຊັບສິນ ພະນັກງານລັດຖະກອນ ທົ່ວເມືອງຊຽງຮ່ອນ ແຂວງໄຊຍະບູລີ. ກອງປະຊຸມໄດ້ຈັດຂື້ນໃນວັນທີ 2 ກັນຍາ 2021ນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ຖາວອນ ເລື່ອນແກ້ວ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ ເປັນກຽດເຂົ້າຮ່ວມຂອງທ່ານ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊຽງຮ່ອນ ມີບັນດາຄະນະປະຈໍາພັກເມືອງ,ກໍາມະການພັກເມືອງພ້ອມດ້ວຍພະນັກງານ ລັດຖະກອນທີ່ໄດ້ແຈ້ງຊັບສິນທົ່ວເມືອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ເຊືອມຊຶ່ມເອກກະສານປະກອບມີ ດຳລັດຂອງລັດຖະບານ ສະບັບເລກທີ 159/ລບ ວ່າດ້ວຍການແຈ້ງຊັບສິນ, ຜ່ານບົດແນະນຳຂອງອົງການກວດກາລັດ ສະບັບເລກທີ 46/ ອກລ ວ່າດ້ວຍການແນະນຳການຈັດຕັ້ງປະຕິບັດດຳລັດການແຈ້ງຊັບສິນ ແລະ ຜ່ານຄຳແນະນຳຂອງອົງການກວດກາລັດ ສະບັບເລກທີ 15/ອກລ ກ່ຽວກັບການແຈ້ງຊັບສິນ ແລະ ລາຍຮັບຂອງ ພະນັກງານ ລັດຖະກອນ ພ້ອມທັງແນະນຳການຂຽນແບບຟອມເອກກະສານການແຈ້ງຊັບໃຫ້ພະນັກງານລັດຖະກອນປະເພດ 4-7 ທີ່ຂຶ້ນກັບຄວາມຮັບຜິດຊອບແຈ້ງຊັບສິນຂອງອົງການກວດກາລັດຂັ້ນເມືອງ.  ຈຸດປະສົງໃນການຈັດກອງປະຊຸມເຊືອມຊຶ່ມເອກະສານວ່າດ້ວຍການແຈ້ງຊັບສິນໃນຄັ້ງນີ້ ເປັນການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານລັດຖະກອນ ທີ່ສັງກັດຢູ່ໃນກົງຈັກການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດ, ລັດວິສາຫະກິດປະສົມ, ລັດຮຸ້ນສ່ວນ ເພື່ອເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ ດ້ວຍຄວມຮັບຜິດຊອບສູງ ມີປະສິດທິຜົນ  ແລະ ມີຄວາມໂປ່ງໃສ ແນໃສ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນກົງຈັກການຈັດຕັ້ງພັກ-ລັດ, ໃນການປະຕິບັດໜ້າທີ່ຂອງ ພະນັກງານ ລັດຖະກອນ ທະຫານ ຕໍາຫຼວດ ເພື່ອພ້ອມກັນປະກອບສ່ວນເຫື່ອແຮງ,ສະຕິປັນຍາເຂົ້າໃນການສ້າງສາ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ສີວິໄລ.

ຕອນທ້າຍທ່ານ ກົງທອງ ສິດທິໄຊ ຍັງໄດ້ໂອ້ລົມຕໍ່ກັບວຽກງານແຈ້ງຊັບສິນຄັ້ງນີ້ ເຊິ່ງເປັນວຽກໜຶ່ງທີ່ສຳຄັນໃນການ ຄຸ້ມຄອງ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ທ່ານຍັງຮຽກຮ້ອງມາຍັງພະນັກງານລັດຖະກອນທີ່ໄດ້ແຈ້ງຊັບສິນຈົ່ງພ້ອມກັນ ຍົກສູງຄວາມຮັບຜິດຊອບ, ໃຫ້ຄວາມຮ່ວມມື, ລາຍງານຕາມຄວາມເປັນຈິງ, ຊັດເຈນ ຈິງໃຈໃນການແຈ້ງຊັບສິນ ເພື່ອຮັບປະກັນໃຫ້ມີຄວາມໂປ່ງໃສ ແລະ ສອດຄ່ອງກັບລະບຽບຫຼັກການ.

ໂດຍ: ດອນ ຂຽວພະນາ ຖວທ ມ ຊຽງຮ່ອນ 020 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *