ເມືອງຊຽງຮ່ອນ ຈັດກອງປະຊຸມສະຫລຸບວຽກງານກວດກາທົ່ວເມືອງປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024

ກົດແຊຣ໌

ໃນວັນທີ 2 ພຶດສະພາ 2024 ນີ້ ຢູ່ທີ່ສະໂມສອນຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫລຸບວຽກງານກວດກາທົ່ວເມືອງປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ໂດຍການເປັນປະທານຮ່ວມຂອງສະຫາຍ ຖາວອນ ເລື່ອນແກ້ວ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ ປະທານກວດກາລັດເມືອງ ສະມາຊິກສະພາປະຊາຊົນແຂວງ, ມີສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຊຽງຮ່ອນ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສົມຫວັງ ແກ້ວວິໄລສັກ ກຳມະການປະຈຳພັກແຂວງ ປະທານກວດກາພັກ ປະທານກວດລັດແຂວງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງໄຊຍະບູລີ ມີຄະນະປະຈໍາພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ,ນາຍບ້ານ,ຮອງນາຍບ້ານ14ບ້ານເທດສະບານ ຕະຫລອດຮອດກວດກາໜ່ວຍພັກທົ່ວເມືອງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ຖາວອນ ເລື່ອນແກ້ວ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງ ສະມາຊິກ ກໍໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນ ສະຫາຍ ບີ ທໍ່ ຮອງປະທານກວດກາພັກລັດເມືອງ ກໍໄດ້ລາຍງານບົດສະຫລຸບການເຄື່ອນໄຫວວຽກງານກວດກາປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ນີ້ວ່າ: ຄະນະພັກ, ອົງການປົກຄອງ, ຄະນະກວດກາແຕ່ລະຂັ້ນໄດ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ນິຕິກໍາອື່ນໆກ່ຽວກັບວຽກງານກວດກາ ດ້ວຍຫຼາຍຮູບການເປັນຕົ້ນ: ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ເມືອງ, ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດວ່າດ້ວຍມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນແລະການສະກັດກັ້ນ, ການແກ້ໄຂບັນຫາຢາເສບຕິດແລະ ໄດ້ເພີ່ມທະວີໃນການໂຄສະນາ ເຜີຍແຜ່ນິຕິກໍາກ່ຽວກັບວຽກງານກວດກາ, ເປັນຕົ້ນ: ກົດໝາຍວ່າດ້ວຍການກວດກາລັດ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍວ່າດ້ວຍຄຳຮ້ອງ-ຄຳສະເໜີ ແລະ ນິຕິກຳກ່ຽວກັບວຽກງານກວດກາ, ວຽກງານກວດກາພັກ ໄດ້ເອົາໃຈໃສ່ຕິດຕາມກວດກາກໍ່ສ້າງ ແລະ ປັບປຸງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ເຊັ່ນລົງກວດກາໜ່ວຍພັກປະຈຳປີ ເຊີ່ງສະແດງອອກດັ່ງນີ້: ທົ່ວເມືອງມີ 6 ຄະນະພັກຮາກຖານ, ມີ 102 ໜ່ວຍພັກ, ມີສະມາຊິກພັກທັງໝົດ 1,491 ສະຫາຍ, ຍິງ 413 ສະຫາຍ ປະເພດສະມາຊິກພັກແຂງ 1,271 ສະຫາຍ, ຍິງ 384 ສະຫາຍ, ກາງ 113 ສະຫາຍ, ຍິງ 13 ສະຫາຍ , ອ່ອນ 8 ສະຫາຍ, ຍິງ 8 ສະຫາຍ, ເສຍທາດ 1 ສະຫາຍ, ບໍ່ແບ່ງ 56 ສະຫາຍ, ຍິງ 8 ສະຫາຍ ໄດ້ກວດກາສໍາເລັດ 1 ຄະນະພັກຖານຖານ ແລະ 43 ໜ່ວຍພັກຮາກຖານບ້ານ,ໄດ້ຕີລາຄາແບ່ງປະເພດດັ່ງນີ້: ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ37 ໜ່ວຍ, ໜ່ວຍພັກກາງ 6 ໜ່ວຍ.ສະມາຊິກພັກທີ່ໄດ້ກວດກາທັງໝົດ732 ສະຫາຍ, ຍິງ 138 ສະຫາຍ, ສະມາຊິກພັກສໍາຮອງ 35ສະຫາຍ;ຍິງ11 ສະຫາຍ, ສະມາຊິກພັກສົມບູນ 697 ສະຫາຍ, ຍິງ 103ສະຫາຍ, ສະມາຊິກພັກແຂງ 603 ສະຫາຍ, ຍິງ 105 ສະຫາຍ,ສະມາຊິກພັກກາງ 77 ສະຫາຍ, ຍິງ 22 ສະຫາຍ, ສະມາຊິກພັກອ່ອນ 2 ສະຫາຍ, ບໍ່ແບ່ງມີ 50 ສະຫາຍ, ຍິງ 11 ສະຫາຍ. ຜ່ານການຕິດຕາມ – ກວດກາ ພົບກໍລະນີສະມາຊິກພັກ 2 ກໍລະນີ, ມີ 3ໜ່ວຍພັກ, ສະມາຊິກພັກຖືກປະຕິບັດວິໄນມີ 3ສະຫາຍ, ຍິງ 1 ສະຫາຍ, ວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ – ຄົ້ນຄ້ວາຄໍາຮ້ອງ,ຄຳສະເໜີ. ໄດ້ເອົາໃຈໃສ່ຕິດຕາມ – ກວດກາແຜນພັດທະນາເສດຖະກິດ – ສັງຄົມ ກໍ່ຄືບັນດາໂຄງການລົງ ທຶນຂອງລັດ ແລະ ເອກະຊົນ ຢູ່ພາຍໃນເມືອງຄື: ໂຄງການລົງທຶນຂອງລັດຢູ່ພາຍໃນເມືອງຈໍານວນ 27 ໂຄງການ,ລວມມູນຄ່າການກໍ່ສ້າງທັງໝົດ 96,455,30ລ້ານກີບ. ຕິດຕາມການເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 3,469 ຕື້ກີບ, ເທົ່າກັບ 135,61% . ປະຕິບັດລາຍຈ່າຍ 3,104 ຕື້ກີບ, ເຄື່ອນຍ້າຍຍອດເຫຼືອງົບປະມານສົ່ງໃຫ້ແຂວງ 1,600 ຕື້ກີບ. ວຽກງານຄົ້ນຄວ້າຄໍາຮ້ອງ-ຄຳສະເໜີໄລຍະ 1 ປີ ຜ່ານມາ ອົງການກວດກາລັດ ໄດ້ຮັບຄຳຮ້ອງ-ຄຳສະເໜີ ທັງໝົດ 7 ສະບັບ. ໂອກາດດຽວກັນຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຖັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນ ຕໍ່ບັນດາດ້ານອ່ອນຂໍ້ຄົງຄ້າງເພື່ອຫາວິທີແກ້ໄຂໃນຕໍ່ຫນ້າ. ພ້ອມທັງຮັບຟັງການຜ່ານທິດທາງແຜນການຈຸດສຸມວຽກງານກວດກາໃນປີ 2024, ບົດສະຫຼຸບຕີລາຄາ ລາຍງານຫຍໍ້ການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2023 ແລະ ທິດທາງແຜນການ 2024 ຂອງຄະນະກວດກາພັກແຂວງ, ຟັງຄໍາເຫັນໂອ້ລົມຂອງສະຫາຍ ສົມຫວັງ ແກ້ວວິໄລສັກ ກຳມະການປະຈຳພັກແຂວງ ປະທານກວດກາພັກ ປະທານກວດລັດແຂວງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງໄຊຍະບູລີຕື່ມອີກ.

ໂດຍ: ດອນ ຂຽວພະນາ 020 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *