ປິດຊຸດຝຶກອົບຮົມການສ້າງຄວາມເຂັ້ນແຂງໃຫ້ແກ່ ເລຂາ ແລະ ຄະນະໜ່ວຍພັກບ້ານ ເມືອງຊຽງຮ່ອນ ແລະ ເມືອງຄອບ
![](https://xienghone.gov.la/wp-content/uploads/2022/04/WhatsApp-Image-2022-04-11-at-16.31.54-1024x678.jpeg)
![](https://xienghone.gov.la/wp-content/uploads/2022/04/WhatsApp-Image-2022-04-11-at-16.31.53-1024x678.jpeg)
![](https://xienghone.gov.la/wp-content/uploads/2022/04/WhatsApp-Image-2022-04-11-at-16.31.49-1024x678.jpeg)
![](https://xienghone.gov.la/wp-content/uploads/2022/04/WhatsApp-Image-2022-04-11-at-16.31.52-1024x678.jpeg)
![](https://xienghone.gov.la/wp-content/uploads/2022/04/WhatsApp-Image-2022-04-11-at-16.31.51-1024x678.jpeg)
ໃນວັນທີ 10 ເມສາ 2022 ນີ້ ຢູ່ທີສະໂມສອນເມືອງຊຽງຮ່ອນ ໄດ້ຈັດພິທີປິດຊຸດຝຶກອົບຮົມ ເລຂາໜ່ວຍພັກ ບ້ານ ເມືອງຊຽງຮ່ອນ ແລະ ເມືອງຄອບ ໄດ້ປິດລົງຢ່າງເປັນທາງການໂດຍ ສະຫາຍ ສຳລານ ສຸວັນນະໂຊດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ, ມີ ສະຫາຍ ອິນຕາ ນິ້ມນວນ ຮອງເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ, ມີແຂກຖືກເຊີນ, ມີຄູຝຶກມາຈາກຂັ້ນແຂວງ, ຂັ້ນເມືອງ ແລະ ນັກສໍາມະນາກອນ ຈາກ 2 ເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ການຝຶກອົບຮົມແມ່ນໄດ້ເລີ່ມແຕ່ວັນທີ 7 ເມສາ 2022 ເປັນຕົ້ນມາ ມີນັກສໍາມະກອນເຂົ້າຮ່ວມຮວ່ມທັງໝົດ 88ສະຫາຍ, ຍິງ 7 ສະຫາຍ, ໃນຊຸດຝຶກອົບຮົມຄັ້ງນີ້ສຳມະນາກອນໄດ້ຮຽນຮູ້ ແລະ ເຊື່ອມຊືມເອກະສານ: ຄຳສັ່ງແນະນໍາສະບັບເລກທີ 01/ກມສພ, ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ, ຄຳແນະນໍາຂອງຄະນະປະຈຳພັກແຂວງ ສະບັບເລກທີ 04/ຄພຂ ກ່ຽວກັບການຈັດຕັ້ງປະຕິບັດຄຳແນະນໍາຂອງຄະນະຈັດຕັ້ງສູນກາງພັັກ ວ່າດ້ວຍການເພີ້ມທະວີການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ, ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 064/ກມສພ, ວ່າດ້ວຍການຂະຫຍາຍພັກ, ຄຳແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 102/ຄຈສພ, ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ຂໍ້ກຳນົດ ສະບັບເລກທີ 01/ຄລສພ, ວ່າດ້ວຍພາລະບົດບາດ, ໜ້າທີ່, ສິດຂອງໜ່ວຍພັກບ້ານຢູ່ທົ່ງພຽງ, ພູດອຍຊົນນະບົດ, ຂໍ້ກໍານົດ ສະບັບເລກທີ 02/ຄລສພ ວ່າດ້ວຍການປ້ອງກັນພັກ-ພະນັກງານ ໃນໄລຍະໃໝ່, ອົບຮົມການຂຽນສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ ແລະ ທິດທາງແຜນການປີຂອງໜ່ວຍພັກບ້ານ ແລະ ຮ່າງເອກະສານກ່ຽວກັບວຽກງານຂະຫຍາຍພັກ ພ້ອມກັນນັ້ນສຳມະນາກອນຍັງໄດ້ ຄົ້ນຄວ້າເປັນກຸ່ມ ແລະ ລົງປະຕິບັດຕົວຈິງຢູ່ໜ່ວຍພັກບ້ານ. ຈຸດປະສົ່ງຂອງການຝຶກອົບຮົມໃນຄັ້ງນີ້: ກໍ່ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ ຄວາມເຂົ້າໃຈ ຕາມແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ, ມີແນວຄິດທັດສະນະຫຼັກໜັ້ນ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ, ຮັບຮູ້ຂໍ້ມູນຂ່າວສານອັນໃໝ່, ໃນການຈັດຕັ້ງປະຕິບັດກົດລະບຽບພັກ, ວຽກງານຂະຫຍາຍພັກ ຢູ່ຮາກຖານບ້ານຕ່າງໆ, ເພື່ອເປັນການສ້າງຄວາມເຂັ້ມແຂງໃນການຊີ້ນຳນຳພາ, ປະຕິບັດໜ້າທີ່ຕາມພາລະບົດບາດ, ຮູ້ວິທີວາງແຜນການນໍາພາ ແລະ ສ້າງໜ່ວຍພັກກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ.
ໃນໂອກາທີ່ໄດ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ສະຫາຍ ສຳລານ ສຸວັນນະໂສດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ເປັນກຽດມອບໃບຢັ້ງ ການຝຶກອົບຮົມ ເລຂາໜ່ວຍພັກຮາກຖານບ້ານ, ແລະ ພ້ອມທັງ ໃຫ້ກຽດໂອ້ລົມ, ກ່ອນອື່ນທ່ານໄດ້ສະແດງຍ້ອງຍໍຊົມເຊີຍທີ່ທາງຄະນະຮັບຜິດຊອບ ແລະ ສຳມະນາກອນຊຸມສະຕິດປັນຍາເຂົ້ນໃນການອົບຮົມຈົນສຳເລັດ ແລະ ທ່ານ ເນັ້ນໜັກຕໍ່ກັບ ສໍາມະກອນທີ່ໄດ້ຮຽນຮູ້ມາ ນຳໄປຈັດຕັ້ງປະຕິບັດຢູ່ຮາກຖານບ້ານຂອງຕົນ ເພື່ອເຮັດໃຫ້ໜ່ວຍພັກຂອງຕົນກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນໃນໄລຍະໃໝ່ ແລະ ຍາວນານ.
ໂດຍ: ດອນ ຂຽວພະນາ 020 5544 3362