ປະທານສະພາປະຊາຊົນແຂວງໄຊຍະບູລີ ມອບອຸປະກອນຮັບໃຊ້ໄຟຟ້າ

ກົດແຊຣ໌

ພິທີມອບ-ຮັບອຸປະກອນໃຊ້ໄຟຟ້າ  ແຜງໂຊລາເຊວ  4 ຊຸດ ມູນຄ່າ 10 ລ້ານກີບ,ໃຫ້ກອງພັນໃຫຍ່ 301 ເຊິ່ງໄດ້ຈັດຂຶ້ນໃນວັນທີ 17 ກັນຍາ 2021 ນີ້ ໂດຍການເປັນປະທານ ແລະ ກ່າວມອບຂອງ ທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7,ປະທານສະພາປະຊາຊົນແຂວງໄຊຍະບູລີ ແລະ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງ-ເມືອງຊຽງຮ່ອນ ພ້ອມດ້ວຍຄະນະນໍາເອົາອຸປະກອນໄຟຟ້າທີ່ນຳມາມອບໃນຄັ້ງນີ້ປະກອບມີ ( ແຜງໂຊລາເຊວ ) 4 ຊຸດ ມູນຄ່າ 10 ລ້ານກີບ,ມອບໃຫ້ກອງພັນໃຫຍ່ 301 ໂດຍການກ່າວຮັບຂອງ ສະຫາຍ ພັນເອກ ສົມດີ ຕິບອິນແສງ ກຳມະການຄະນະພັກກອງພົນທີ 3 ຫົວ ໜ້າການທະຫານກອງພັນໃຫຍ່ 301 ພ້ອມດ້ວຍຄະນະກ່າວຮັບຢ່າງພ້ອມພຽງ.

     ໂອກາດທີ່ປະທານສະສະພາປະຊາຊົນແຂວງໄຊະຍະບູ ລົງມອບໃນຄັ້ງນີ້ ສະຫາຍ ພັນເອກ ສົມດີ ຕິບອິນແສງ ກໍາມະການຄະນະພັກກອງພົນທີ 3 ຫົວໜ້າການທະຫານກອງພັນໃຫຍ່ 301 ຕາງ ໜ້າຄະນະພັກ-ຄະນະບັນຊາ ຂຶ້ນກ່າວສະແດງຄວາມຂອບໃຈຢ່າງສຸດຊຶ້ງ, ນຳທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7,ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະ, ເຊິ່ງຍາມໃດກໍ່ມີຄວາມເປັນຫ່ວງເປັນໃຍເຖີງຊີວິດຄວາມສຸກ-ຄວາມທຸກ ຂອງພະນັກງານ-ນັກຮົບ ພວກເຮົາທີ່ເຄື່ອນໄຫວປ້ອງກັນຊາດຢູ່ເຂດຖຸລະກັນດານ, ຫ່າງໄກສອກຫຼີກ, ອຸປະກອນໃຊ້ໄຟຟ້າ  ແຜງໂຊລາເຊວ  ທີ່ນໍາມາມອບໃນຄັ້ງນີ້, ມັນເປັນການສຸກຍູ້ອັນໃຫຍ່ຫຼວງໃຫ້ກົມກອງພວກເຮົາເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້,ເຊິ່ງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາວັດຖຸດັ່ງກ່າວໄປຕິດຕັ້ງຢູ່ບັນດາປ້ອມ,ເພື່ອໃຫ້ພະນັກງານ-ນັກຮົບທີ່ປະຈຳຢູ່ເຂດຫ່າງໄກສອກຫຼີກ,ໄດ້ນຳໃຊ້ເຂົ້າໃນຊີວິດປະຈຳວັນຢ່າງທົ່ວເຖິງ ແລະ ມື້ດ່ຽວກັນປະທານສະພາຍັງໄດ້ນຳເອົາອຸປະກອນເຄື່ອງແຟກເອກກະສານໄປມອບໃຫ້ກອງຮ້ອຍຊາຍແດນ 151 ມູນຄ່າ 3.500.000 ກີບ ອິກດ້ວຍ.

ພາບ-ຂ່າວໂດຍ : ດອນ ຂຽວພະນາ 020 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *