ປະກາດສ້າງຕັ້ງບ້ານປາງສາ ເປັນບ້ານລໍາດັບທີ 43

ກົດແຊຣ໌

ເມືອງຊຽງຮ່ອນແຂວງໄຊຍບູລີໄດ້ປະກາດສ້າງຕັ້ງບ້ານ ປາງສາ ເປັນອິກບ້ານໜຶ່ງຂອງເມືອງ ແລະ ເປັນບ້ານທີ 43 ຂອງເມືອງ ພິທີໄດ້ຈັດຂື້ນໃນວັນທີ 31 ມີນາ 2021ນີ້ ໂດຍການເປັນປະທານຂອງທ່ານ ບຸນລ້ວນ ຊົມສີຫາປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊຽງຮ່ອນ ພ້ອມດ້ວຍຄະນະປະຈຳພັກເມືອງ ອຳນາດການປົກຄອງເມືອງ ແຂກເຊີນ ເລຂາຄະນະພັກຮາກຖານກຸ່ມບ້ານ, ອົງການປົກຄອງບ້ານ ແລະ ປະຊາຊົນບ້ານດັ່ງກ່າວເຂົ້າຮ່ວມ.

ໃນພິທີທ່ານ ພັນ ເລົ່າ ຫົວໜ້າຫ້ອງການພາຍໃນເມືອງຊຽງຮ່ອນໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 042 ລົງວັນທີ 20 ມັງກອນ 2021 ວ່າດ້ວຍການອະນຸມັດແຍກບ້ານ ປາງສາ ອອກຈາກບ້ານໂຮມໄຊ, ຂໍ້ຕົກລົງວ່າດ້ວຍການປະກາດແຕງຕັ້ງບ້ານປາງສາ ແລະ ພ້ອມທັງຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງສະບັບຕ່າງໆກ່ຽວກັບການແຕ່ງຕັ້ງກົງຈັກການປົກຄອງບ້ານ ເຊິ່ງບ້ານ ປາງສາ ໄດ້ຈັດຕັ້ງເປັນ 4 ໜ່ວຍຄຸ້ມຄອງພົນລະເມືອງ ມີ 64 ຄອບຄົວ ມີພົນລະເມືອງທັງໝົດ 356 ຄົນ ຍິງ 180ຄົນ ຈຸດປະສົງໃນການແຍກບ້ານໃນຄັ້ງນີ້ ເນື່ອງຈາກວ່າ ການເຕົ້າໂຮມບ້ານໃນໄລຍະຜ່ານມາ ແມ່ນເຕົ້າໂຮມແຕ່ການຈັດຕັ້ງບ້ານເຂົ້າກັນ ແຕ່ປະຊາຊົນແມ່ນຍັງດຳລົງຊີວິດຢູ່ຈຸດເດີ່ມບ້ານໃຜລາວ ອົງການປົກຄອງບ້ານສ່ວນຫຼາຍແມ່ນຢູ່ບ້ານໂຮມໄຊ ປະຊາຊົນບ້ານປາງສາ ບໍ່ໄດ້ຮັບຂໍ້ມູນຂ່າວສານ, ບໍ່ໃດ້ເຂົ້າຮ່ວມການເຊືອມຊຶ່ມນະໂຍບາຍຂອງພັກ, ນິຕິກຳຂອງລັດ ເວລາເຂົ້າຮ່ວມປະຊຸມກໍ່ມີແຕ່ຜູ້ຕາງໜ້າ ເວລາກັບໄປບໍ່ໄດ້ເຊືອມຊຶມໃຫ້ປະຊາຊົນຮັບຮູ້ ແລະ ຍ້ອນໄລຍະຫາງຈາກບ້ານຫາຈຸດໃຈກາງຂອງບ້ານມີມີໄລຍະທາງຫາງໄກກັນ ເຮັດໃຫ້ການເຕົ້າໂຮມຄວາມສາມັກຄີມີຄວາມຍຸ້ງຍາກ ເປັນຊ່ອງທາງໃຫ້ກຸ່ມຄົນບໍ່ຫວັງດີເຂົ້າໄປເຄື່ອນໄຫວພາໃຫ້ເກີດປະກົດການຫຍໍ້ທໍ້ ແລະ ມີທ່າອ່ຽງນັບມື້ນັບເພື່ມຂື້ນ ທິດທາງໃນຕໍ່ໜ້າອຳນາດການປົກຄອງເມືອງ ຈຶ່ງໄດ້ປະກາດແຕ່ງຕັ້ງ ກໍ່ເພື່ອເຮັດໃຫ້ບ້ານດັ່ງກ່າວເປັນບ້ານເອກກະລາດ ມີລະບົບການຈັດຕັ້ງຄົບຊຸດ ເພື່ອສະດວກໃນການຄຸ້ມຄອງ ຕິດຕາມ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂື້ນ


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *