ຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ

ກົດແຊຣ໌

ໃນຕອນເຊົ້າວັນທີ 19 ມີນາ 2021 ນີ້ເມືອງຊຽງຮ່ອນ ໄດ້ຈັດພິທີປາຖະກາຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ (22 ມີນາ 1955 – 22 ມີນາ 2021) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອິນຕາ ນິ້ມນວນ ຮອງເລຂາພັກເມືອງຊຽງຮ່ອນ ມີຄະນະປະຈຳພັກເມືອງ ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ອົງການ, ກົມກອງ, ທະຫານ-ຕໍາຫຼວດພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.

ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ອິນຕາ ນິ້ມນວນ ຮອງເລຂາພັກເມືອງ ກໍ່ໄດ້ໃຫ້ກຽດປາຖະກາຖາເລົ່າຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີໂດຍໄດ້ຍົກໃຫ້ເຫັນມູນເຊື້ອຮັກຊາດ, ນໍ້າໃຈຕໍ່ສູ້ອັນພິລະອາດຫານບໍ່ຍອມຈຳນົນຂອງປະຊາຊົນບັນດາເຜົ່າທຸກຊັ້ນຄົນເຂົ້າໃນການຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່,ພາຍໃຕ້ຊີ້ນຳ-ນຳພາການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວຈົນສາມາດຍາດໄດ້ເອກະລາດ, ອິດສະຫຼະພາບ, ອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນມາສູ່ປວງຊົນລາວທັງຊາດແລະ ສະຖາປານາເປັນປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

ນັບແຕ່ປີ 1975 ເປັນຕົ້ນມາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິວັດ ພັກປະຊາຊົນປະຕິວັດລາວໄດ້ກາຍເປັນພັກກຳອຳນາດ ຊື່ງມີລັດປະຊາທິປະໄຕປະຊາຊົນເປັນເຄື່ອງມືອັນແຫຼມຄົມເພື່ອຄຸ້ມຄອງສັງຄົມ. ໃນເງື່ອນໄຂທີ່ພັກເປັນພັກກຳອຳນາດທີ່ຕັ້ງ ແລະ ພາລະບົດບາດຂອງພັກໄດ້ມີການປ່ຽນແປງຄື: ປະຊາຊົນຊາວຜູ້ອອກແຮງງານລາວບັນດາເຜົ່າໄດ້ກາຍເປັນເຈົ້າຂອງປະເທດຊາດທີ່ມີເອກະລາດ ອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນຂອງຕົນ ປະເທດຊາດໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການສ້າງສາພັດທະນາ ເພື່ອຄວາມຈະເລີນຮຸ່ງເຮືອງ ຄວາມສົມບູນພູນສຸກຂອງປະຊາຊົນລາວຢ່າງແທ້ຈີງ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *