ທ່ານເຈົ້າເມືອງລົງຊຸກຍູ້ຕິດຕາມການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນບ້ານ ແກສີພົມ

ກົດແຊຣ໌

         ໃນວັນທີ 9 ພຶດສະພາ 2023ນີ້ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ລົງຊຸກຍູ້ ຕິດຕາມ ການກໍ່ສ້າງເສັ້ນທາງປູຢາງ2 ຊັ້ນ ບ້ານ ແກ່ສີພົມ ມີຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານ ແລະ ວິຊາການບໍລິສັດເຂົ້າຮ່ວມ.

ໂອກາດທີ່ທ່ານເຈົ້່າເມືອງ ໄດ້ລົງເຄື່ອນໄຫວຊຸກຍູ້ການກໍ່ສ້າງເສັ້ນທາງຄັ້ງນີ້ ທ່ານ ກິ ແສງພະຈັນ ນາຍບ້ານ ແກສີພົມ ໄດ້ກ່າວວ່າ: ເພື່ອເປັນການປະຕິບັດຕາມແຜນພັດທະນາເສດຖະກິດສັງຄົມຂອງບ້ານທີ່ໄດ້ວາງໄວ້ ແລະ ເຮັດໃຫ້ການຊົມໃຊ້ເສັ້ນທາງພາຍບ້ານໃຫ້ມີຄວາມສະດວກດີຂື້ນ ດັ່ງນັ້ນ ທາງອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານ ແກສີພົມ ຈຶ່ງມີຄວາມເປັນເອກະພາບກັນ ຕົກລົງ ກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເຂົ້າບ້ານ ແລະ ທາງພາຍໃນບ້ານ. ການກໍ່ສ້າງເສັ້ນທາງດັ່ງກ່າວ ມີລວງຍາວທັງໝົດ 3 ກິໂລແມັດ ຂະໜາດຄວາມກ້ວາງຂອງໜ້າທາງຫຼັກ 4,5 ແມັດ, ທາງຊອຍ 3 ແມັດ ມູນຄ່າການກໍ່ສ້າງທັງໝົດ 2 ຕື້ກວ່າກີບ ໂດຍແມ່ນທຶນຂອງພໍ່ແມ່ປະຊາຊົນ 100% ສ່ວນພາກລັດແມ່ນສະໜອງເຕັກນິກວິຊາການໃນການອອກແບບ, ຕິດຕາມການກໍ່ສ້າງໂຄງການດັ່ງກ່າວ ທຶນດັ່ງກ່າວແມ່ນໄດ້ລະດົມຈາກຄອບຄົວພາຍໃນບ້ານ ແລະ ຜູ້ທີ່ສະໝັກໃຈປະກອບສ່ວນພາຍໃນບ້ານຕື່ມອີກ ໂດຍແມ່ນບໍລິສັດ ໂຊກນະພາ ກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ຈຳກັດເປັນຜູ້ຮັບເໝົາກໍ່ສ້າງ. ບ້ານ ແກສີພົມ ເປັນບ້ານທີ່ຕັ້ງຢູ່ ເຂດບ້ານທົ່ງກາບ ເມືອງຊຽງຮ່ອນ ປະກອບມີ 236 ຄອບຄົວ 18 ໜ່ວຍຄຸ້ມຄອງພົນລະເມືອງ ມີຈໍານວນພົນລະເມືອງທັງໜົດ  1040 ຄົນ ຍິງ 494 ຄົນ  ການກໍ່ສ້າງເສັ້ນທາງປູຢາງໃນຄັ້ງນີ້ ໂດຍໄດ້ເລີ່ມລົງມືການກໍ່ສ້າງຕັ້ງແຕ່ວັນທີ 15 ມີນາ 2023 ຜ່ານມາ ຮອດປະຈຸບັນສຳເລັດ 80%, ໜ້າວຽກປະຈຸບັນແມ່ນການລົງຢາງຊັ້ນທີ2.  ທັງໝົດນີ້ແມ່ນເກີດຈາກຄວາມສາມັກຄີ ແລະ ຄວາມເປັນເອກະພາບໃນບ້ານ ເພື່ອເຮັດໃຫ້ການຊົມໃຊ້ເສັ້ນທາງພາຍໃນບ້ານມີຄວາມສະດວກດີຂື້ນ ຄາດວ່າການກໍ່ສ້າງຈະໃຊ້ເວລາ 90 ວັນຈຶ່ງຈະສໍາເລັດ.

ໂດຍ: ດອນ ຂຽວພະນາ 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *