ກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການເບີກຈ່າຍອຸດໜູນພະນັກງານຂັ້ນບ້ານ

ກົດແຊຣ໌

         ກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການເບີກຈ່າຍລະບອບອຸດໜູນພະນັກງານຂັ້ນບ້ານຢູ່ເມືອງຊຽງຮ່ອນ ໂດຍຜ່ານລະບົບ U-Money ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ 2021ນີ້ ໂດຍການເປັນປະທານຂອງທ່ານ ແສງອາທິດ ລາວເບຼຍຢາທໍ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງຊຽງຮ່ອນ ຜູ້ຊີ້ນຳຂົງເຂດເສດຖະກິດ ເປັນກຽດເຂົ້າຂອງທ່ານ ອານຸສັກ ລິນທະວົງ  ຮອງຫົວໜ້າພະແນກພາຍໃນແຂວງໄຊຍະບູລີ  ມີອຳນວຍການ ບໍລິສັດສະຕາໂທລະຄົມປະຈຳແຂວງໄຊຍະບູລີ ມີບັນດາທ່ານກຳມະການປະຈຳພັກເມືອງ ກຳມະການພັກເມືອງ ຫົວໜ້າຫ້ອງການ, ອົງການປົກຄອງບ້ານ ແລະ ຄະນະຮັບຜິດຊອບຈັດກອງປະຊຸມເຜີຍແຜ່ນິນິຕິກຳເຂົ້າຮ່ວມ.

         ໃນການເຜີຍແຜ່ຄັ້ງນີ້ໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 1370/ກງ ວ່າດ້ວຍການຮັບຮອງເອົາຜະລິດຕະພັນ U-Money ຂອງບໍລິສັດ ສະຕາຟິນເທັກ ຈຳກັດ ນຳໃຊ້ການເບີກຈ່າຍ ເງິນເດືອນເງິນອຸດໜູນ ແລະ ເງິນນະໂຍບາຍ ຢູ່ບັນດາເມືອງທີ່ຍັງບໍ່ມີການບໍລິການຂອງທະນາຄານ, ຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 982/ ຈຂ.ຊຍ ວ່າດ້ວຍການເບີກຈ່າຍເງິນລະບົບອຸດໜູນພະນັກງານຂັ້ນບ້ານຜ່ານລະບົບ U-Money, ນຳສະເໜີການວິທີການເບີກຈ່າຍລະບົບອຸດໜູນ ແລະ ນຳສະເໜີຄວາມຮູ້ພື້ນຖານກ່ຽວກັບການຊົມໃຊ້ຜະລິດຕະພັນ U-Money ເຊິ່ງເມືອງຊຽງຮ່ອນປະກອບມີ 43 ບ້ານ ມີຄະນະພັກບ້ານທີ່ໄດ້ຮັບເງິນອຸດໜູນທັງໝົດ 160 ທ່ານ ຍິງ 25 ທ່ານ ນາຍບ້ານທີ່ເປັນກໍາມະການພັກເມືອງ 3 ທ່ານຍິງ 1 ທ່ານ, ຫ້ອງການພາຍໃນຮັບຜິດຊອບຈຳນວນ 157 ທ່ານ ຍິງ 24 ທ່ານ ຈຸດປະສົງໃນການເບີກຈ່າຍລະບົບອຸດໜູນໃຫ້ພະນັກງານຂັ້ນບ້ານຜ່ານລະບົບ U-Money ຄັ້ງນີ້ ກໍ່ເພື່ອເປັນການເບີກຈ່າຍເງິນເງິນອຸດໜູນໃຫ້ພະນັກງານຂັ້ນບ້ານໄດ້ຢ່າງສະດວກ, ວອງໄວ ເພາະວ່າໄລຍະຜ່ານມາການເບີກຈ່າຍເງິນສົດໂດຍແມ່ນຫ້ອງການພາຍໃນເປັນຜູ້ເບີກຈ່າຍ ແມ່ນພົບຄວາມຍຸ້ງຍາກ ເນື່ອງຈາກບາງບ້ານແມ່ນຢູ່ຫ່າງໄກບໍ່ສະດວກໃນການຮັບເງິນອຸດໜູນ ແລະ ກໍ່ເປັນທາງເລືອກໜຶ່ງຂອງການບໍລິຫານລັດ ໂດຍຖຶກຕ້ອງຕາມແນວທາງຂອງລັດຖະບານໃນການຫັນຍຸກເຂົ້າສູ່ລະບົບທັນສະໄໝ ຜ່ານລະບົບດິຈິຕອນ    ເຊິ່ງແມ່ນຍຸດທະສາດທີ່ລັດຖະບານສຸມໃສ່ເພື່ອໃຫ້ທຽບທັນກັບບັນດາປະ ເທດອ້ອມຂ້າງ.

ໃນໂອກາດດັ່ງກ່າວຍັງໄດ້ມີການ ຜ່ານບົດບັນທຶກ ແລະ ເຊັນສັນຍາຮ່ວມກັນຂອງສອງຝ່າຍຄື: ຫ້ອງການພາຍໃນເມືອງ ແລະ ບໍລິສັດສະຕາໂທລະຄົມ ( ຢູນີເທວ ) ສາຂາແຂວງ ໄຊຍະບູລີ. ໂດຍຊ່ອງໜ້າຄະນະປະທານ ແລະ ຜູ້ເຂົ້າຮ່ວມກອງປະຊຸມເພື່ອເປັນສັກຂີພິຍານ.

ໂດຍ: ດອນ ຂຽວພະນາ 020 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *