ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 3 ວັນສຳຄັນ

ກົດແຊຣ໌

ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2023ນີ້ຢູ່ທີ່ສະໂມສອນເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນເດັກນ້ອຍສາກົນ 1 ມິຖຸນາ, ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ ແລະ  ວັນສິ່ງແວດລ້ອມໂລກ 5 ມິຖຸນາ ໂດຍການເປັນປະທານຂອງ ທ່ານ ອິນຕາ ນິ້ມນວນ ຮອງເລຂາພັກເມືອງຊຽງຮ່ອນ, ມີຄະນະປະຈຳ, ກຳມະການພັກເມືອງ ບັນດາຫົວໜ້າຫ້ອງການ, ຮອງຫ້ອງການ, ກົມກອງ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມ.   

         ການຈັດພິທີປາຖະກະຖາໃນຄັ້ງນີ້ ທ່ານ ອິນຕາ ນິ້ມນວນ ຮອງເລຂາພັກເມືອງໄດ້ໃຫ້ກຽດເລົ່າຫວນຄືນມູນເຊື້ອວັນເດັກນ້ອຍສາກົນ 1 ມິຖຸນາຄົບຮອບ 99ປີ 1 ມິຖຸນາ 1924-1 ມິຖຸນາ 2023, ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 24 ປີ 5 ມິຖຸນາ 1999-5 ມິຖຸນາ 2023 ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ຄົບຮອບ 51 ປີ 5 ມິຖຸນາ 1972-5 ມິຖຸນາ 2023. ໂດຍທ່ານໄດ້ກ່າວວ່າ: ວັນເດັກນ້ອຍສາກົນກໍເປັນວັນໜຶ່ງທີ່ມີຄວາມໝາຍສຳຄັນ ສຳລັບຢູ່ ສປປລາວ ພັກ-ລັດຖະບານໄດ້ຕົກລົງເອົາວັນທີ 1 ມິຖຸນາຂອງທຸກໆປີເປັນວັນຈັດຕັ້ງ ສະເຫຼີມສະຫຼອງວັນເດັກສາກົນ ເຮັດໃຫ້ເດັກນ້ອຍ, ອະນຸຊົນ,ເຍົາວະຊົນໄດ້ເບີກບານມ່ວນຊື່ນ,ພັກຜ່ອນຢ່ອນອາລົມຕາມສິດທິຂອງເຂົາເຈົ້າ. ໃນໂອກາດດຽວກັນນີ້ທ່ານ ອິນຕາ ນີ້ມນວນ ປະທານພິທີຍັງໄດ້ຜ່ານສານຂອງພະນະທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປລາວ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ 5 ມິຖຸນາຄົບຮອບ 51 ປີ ແລະວັນສິ່ງແວດລ້ອມແຫ່ງຊາດຄົບຮອບ24ປີ ພາຍໃຕ້ຄຳຂວັນທີ່ວ່າ: ສິ່ງແວດລ້ອມພວກເຮົາຈະດີຖ້າຫຼຸດຜ່ອນການນຳໃຊ້ປລາສຕິກ ສິ່ງແວດລ້ອມ ເປັນປັດໃຈຕົ້ນຕໍ ໃນການດຳລົງຊີວິດຂອງຄົນເຮົາ ແລະ ເປັນທຸກສິ່ງທຸກຢ່າງ ທີ່ເຮັດໃຫ້ສິ່ງທີ່ມີຊີວິດ ດຳລົງຄົງຕົວຢູ່ໄດ້ຕາມສະພາບຂອງມັນ ຖ້າພວກເຮົາມີສິ່ງແວດລ້ອມທີ່ດີ ຄົນ ສັດ ແລະ ພືດກໍ່ມີສຸຂະພາບດີ ລະບົບນິເວດກໍ່ອຸດົມສົມບູນ ການດຳລົງຊີວິດມີຄວາມປອດໄພ ສະອາດ ທຳມະຊາດກໍ່ຂຽວສົດງົດງາມ.

ໂດຍ: ດອນ ຂຽວພະນາ 020 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *