7 ບ້ານໃນເຂດບ້ານທົ່ງກາບຈະໄດ້ນໍາໃຊ້ນໍ້າປະປາໄວໆນີ້

ກົດແຊຣ໌

        ຕາມການລາຍງານຂອງຫ້ອງການໂຍທາທິການ ແລະ ຂົ່ນສົ່ງ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂຄງການກໍ່ສ້າງນໍ້າປະປາຢູ່ພື້ນທີ່ເຂດບ້ານທົ່ງກາບ, ເມືອງຊຽງຮ່ອນ. ມາຮອດປັດຈຸບັນແມ່ນສໍາເລັດແລ້ວ 90%   ໂຄງການດັ່ງກ່າວເປັນໂຄງການຂອງ ລັດວິສາຫະກິດນໍ້າປະປາ ແຂວງໄຊຍະບູລີ ຈຸດປະສົງແມ່ນສະໜອງນໍ້າປະປາໃຫ້ແກ່ປະຊາຊົນເຂດບ້ານທົ່ງກາບ ຈຳນວນ 7 ບ້ານຄື: ບ້ານທົ່ງກາບ, ບ້ານປົ່ງແປ້ນ, ບ້ານນໍ້າລ້ອມ, ບ້ານແກສີພົມ, ບ້ານພູລ້ານ, ບ້ານສີນົກໄຊ້ ແລະ ລັບ.

ອົງປະກອບຂອງການກໍ່ສ້າງມີ: ລະບົບຫົວງານ, ໂຮງງານຜະລິດນໍ້າ, ຕາຂ່າຍທໍ່ບໍລິການໜ້າດິນ, ລະບົບໄຟຟ້າ ແລະ ຫ້ອງການ. ດ້ານກຳລັງການຜະລິດແມ່ນ 60 ເເມັດກ້ອນຕໍ່ຊົ່ວໂມງ, ອາງເກັບນໍ້າບັນຈຸ 250 ເເມັດກ້ອນ, ຕາຂ່າຍທໍ່ບໍລິການ 48,5 ກິໂລແມັດ, ທໍ່ສົ່ງນໍ້າດິບ 9.800 ແມັດ, ມາຮອດປະຈຸບັນ ວຽກງານການກໍ່ສ້າງລະບົບຫົວງານ ສຳເລັດແລ້ວ 92%, ວຽກງານການກໍ່ສ້າງໂຮງານ ສຳເລັດແລ້ວ 90%, ວຽກງານການກໍ່ສ້າງຫ້ອງການສຳເລັດແລ້ວ 100%, ວຽກງງານການກໍ່ສ້າງລະບົບຕາຄ່າຍວາງທໍ່ສຳເລັດແລ້ວ 93% ແລະ ວຽກໄຟ້າ ສຳເລັດແລ້ວ 18%.

ມາຮອດປະຈະບັນການກໍ່ສ້າງທັງໝົດສຳລັດແລ້ວ 90%  ມີຄອບຄົວທີ່ຈະໄດ້ຮັບຜົນປະໂຫຍດ 1.237 ຄອບຄົວ ລວມມູນຄ່າການກໍ່ສ້າງທັງໝົດ 8.200.000.000 ກີບ(ແປດພັນສອງຮ້ອຍລ້ານກວ່າກີບ) ຮັບ    ເໝົາກໍ່ສ້າງໂດຍ ບໍລິສັດ ທໍ່ນໍ້າລາວອຸດສາຫະກຳເຕັກໂນໂລຊີ ຈຳກັດຜູ້ດຽວ ໄລຍະການກໍ່ສ້າງ 180 ວັນ ນັບແຕ່ມື້ລົງມືການກໍ່ສ້າງ ມາຮອດປະຈຸບັນແມ່ນກໍາລັງຕໍ່ທໍ່ຂ້າມຫ້ວຍ, ກໍ່ບ໋ອກປະຕູນໍ້າວາງທໍ່ຂ້າມທາງປູຢາງ , ກໍ່ສ້າງເຮືອນປໍ້າ, ເຮືອນເຄມີ ແລະ ອະນາໄມອ່າງຄາດວ່າຈະໃຫ້ສໍາເລັດ ແລະ ນໍາໃຊ້100%ໃນ ເດືອນ ທັນວາ ທ້າຍປີ2021 ນີ້.

ຂ່າວ: ດອນ ຂຽວພະນາ ຖວທ ເມືອງຊຽງຮ່ອນ 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *