ກອງປະຊຸມເຊື່ອມຊຶມຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI

ກົດແຊຣ໌

ກອງປະຊຸມເຊື່ອມຊຶມ ເຜີຍແຜ່ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XI ໃຫ້ຄະນະປະຈໍາ, ກໍາມະການພັກເມືອງ ເລຂາໜ່ວຍພັກສຳນັກງງານ ຫ້ອງການ ກົມກອງ, ເລຂາໜ່ວຍພັກບ້ານເທດສະບ້ານເມືອງ ໄດ້ຈັດຂື້ນໃນວັນທີ 9 ກັນຍາ 2021ນີ້ ຢູທີ່ສະໂມສອນຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງ ສະຫາຍ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊຽງຮ່ອນ.

          ໃນການເຊື່ອມຊຶມເອກກະສານກ່ຽວກັບຄຳແນະນຳການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ເຊິ່ງປະກອບມີ, ຄຳສັ່ງແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ ຄຈສພ ວ່າດ້ວຍການເພີ່ມທະວີ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ຜ່ານບົດແນະນຳຂອງຄະນະກວດກາສູນກາງພັກ ສະບັບເລກທີ 194/ ຄກສພ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI, ຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ ກມສພ ລົງວັນທີ 26 ສິງຫາ 2021 ວ່າດ້ວຍການເພີ່ມທະວີການນຳພາ ຊີ້ນຳຂອງຄະນະພັກຂັ້ນຕ່າງໆ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 3 ສະໄໝທີ VII ແລະ ຄໍາແນະນໍາຂອງຄະນະປະຈຳພັກແຂວງ ສະບັບເລກທີ 350/ ຄພຂ.ຊຍ ລົງວັນທີ 31 ສິງຫາ 2021 ວ່າດ້ວຍການຈັດຕັ້ງປະຕິບັດ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI.

          ຈຸດປະສົງໃນການເຜີຍແຜ່ຄຳແນະນຳການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ໃນຄັ້ງນີ້ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດເຜີຍແຜ່ກົດລະບຽບຂອງພັກໃຫ້ຈະແຈ້ງ, ເຂົ້າໃຈງ່າຍ ເຮັດໃຫ້ຄະນະພັກ ສະມາຊິກພັກກຳແໜ້ນ ຮັບຮູ້ເຂົ້າໃຈຢ່າງເລີກເຊິ່ງ  ແລະ ເປັນເຈົ້າການເຄົາລົບປະຕິບັດກົດລະບຽບຂອງພັກຢ່າງຄົບຖ້ວນ ເຂັ້ມງວດ ແລະ ເປັນເອກະພາບກັນ, ເພື່ອຮັບປະກັນໃຫ້ກົດລະບຽບຂອງພັກ ໄດ້ຮັບການເຜີຍແຜ່ ເຊື່ອມຊຶມຢ່າງກ້ວາງຂວາງ, ເລີກເຊິ່ງ ແລະ ທັນຕາມກຳນົດເວລາ.

ໂດຍ: ດອນ ຂຽວພະນາ ຖວທ ມ ຊຽງຮ່ອນ 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *